ຂ່າວພາຍໃນກະຊວງ

ພັດທະນາແລວທາງເສດຖະກິດເພື່ອສົ່ງເສີມການຂົນສົ່ງ-ການຄ້າ ແລະ ການຂະຫຍາຍໂຕທາງດ້ານເສດຖະກິດຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນ

2022-10-05 - Xaiya

ວັນທີ 21 ກັນຍາ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສຳມະນາ ການລິເລີ່ມຈັດຕັັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການຊື່ອມຈອດ-ເຊື່ອມໂຍງ (Launching Workshop for The Southeast Asia Regional Economic Corridor and Connectivity Project, “SEARECC”), ຈຸດປະສົງຂອງກອງປະຊຸມແມ່ນເພື່ອລິເລີ່ມການປັບປຸງຕາໜ່າງເສັ້ນທາງເພື່ອການເຊື່ອມຈອດ-ເຊື່ອມໂຍງ ດ້ານການຄ້າ, ການຂົນສົ່ງພາຍໃນ, ການຂົນສົ່ງລະຫວ່າງປະເທດ ແລະ ພາກພື້ນ ທັງເປັນການສ້າງເງື່ອນໄຂໃຫ້ແກ່ການຂຸດຄົ້ນທ່າແຮງດ້ານເສດຖະກິດ ຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກ  ເໜືອຂອງ ສປປ ລາວ ພ້ອມທັງຮັບປະກັນໃຫ້ມີຄວາມຢືນຍົງ ແລະ ພື້ນຖານໂຄງລ່າງມີຄົງທົນຕໍ່ກັບການປ່ຽນແປງດິນຟ້າອາກາດ.

ໂຄງການດັ່ງກ່າວ ແມ່ນຈະປະກອບສ່ວນເຂົ້າໃນການຈັດຕັ້ງ ແຜນແມ່ບົດໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ (ASEAN) ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2), ເຊິ່ງເປັນເສັ້ນທາງທີ່ເຊື່ອມຈອດລະຫວ່າງປະເທດໄທ, ລາວ ແລະ ຫວຽດນາມ ຈາກທິດຕາເວັນອອກ - ຕາເວັນຕົກ, ເພື່ອເຊື່ອມສານເຂົ້າກັບແລວເສດຖະກີດເໜືອ-ໃຕ້ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການອອກແບບພື້້ນຖານໂຄງລ່າງນີ້ ຈະໄດ້ຄຳນືງເຖີງຄວາມຄົງທົນຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບດີນຟ້າ ອາກາດ ເຊັ່ນ ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ.

ນອກຈາກນີ້, ໂຄງການຍັງມີແຜນງານອື່ນໆອີກ ເຊິ່ງລວມເຖິງການປັບປຸງທ່າບົກ, ຈຸດເຕົ້າໂຮມສິນຄ້າ, ສະຖານນີຄຽນຖາຍສິນຄ້າ ແລະ ສິ່ງອຳນວຍຄວາມສະດວກດ້ານໂລຊິດສະຕິກອື່ນໆ, ທີ່ຊາວກະສິກອນສາມາດຂົນສົ່ງຜົນຜະລິດອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ຄາດຄະເນ່ຜົນໄດ້ຮັບອີກຢ່າງໜຶ່ງ ກໍ່ແມ່ນເພື່ອຍົກລະດັບຄວາມສາມາດຂອງຊາວກະສິກອນພາຍໃນ ໃຫ້ສາມາດຂາຍຜະລິດຕະພັນອອກສູ່ຕະຫຼາດໂດຍຜ່ານ ເຄືອຄາຍການຂົນສົ່ງທາງລົດໂອໂຕ ແລະ ທາງລົດໄຟ.

ໂຄງການ SEARECC ແມ່ນບູລິມະສິດຂອງລັດຖະບານ, ເປັນໂຄງການທຳອິດ ແລະ ໂຄງການຕົວແບບທີ່ສຸມໃສ່ການພັດທະນາແບບເປັນເຂດແຄວ້ນ ຫລື Area-wide Approach Project Development ໂດຍມີ 7 ກະຊວງຂະແໜງການ (ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ພ້ອມທັງກະຊວງແຜນການ ແລະ ການລົງທຶນ) ແລະ 5 ແຂວງພາກ  ເໜືອ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ມີສ່ວນຮ່ວມ;

ໂຄງການ SEARECC ຍັງແມ່ນການຜັນຂະຫຍາຍນະໂຍບາຍ ແລະ ແນວທາງຂອງລັດຖະບານຢ່າງຕັ້ງໜ້າ ໃນການຫັນປະເທດທີ່ມີຂໍ້ຈໍາກັດບໍ່ມີທາງອອກສູ່ທະເລໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງດ້ານການຄ້າ, ການຜະລິດ ແລະ ທ່ອງທ່ຽວ, ພ້ອມທັງເຮັດໃຫ້ ສປປ ລາວ ເປັນສູນກາງດ້ານບໍລິການໂລຊິດສຕິກຂອງພາກພື້ນ ແລະ ສາກົນ. ປະກອບສ່ວນຢ່າງຕັ້ງໜ້າໃຫ້ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ປີ 2021-2025 ແລະ ແຜນວຽກຈຸດສຸມ ຮອດປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ປະທານກອງປະຊຸມ. ໄດ້ກ່າວວ່າ ພວກເຮົາໄດ້ເຫັນການປັບປຸງຄັ້ງຍິ່ງໃຫຍ່ໃນຂະແໜງພື້ນໂຄງລ່າງໃນ ສປປ ລາວ ຈາກພາກເໜືອສູ່ພາກກາງຂອງປະເທດ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ມີການເຊື່ອມຈອດພາຍໃນ ລະຫວ່າງ ເຂດການຜະລິດ ກັບ ຕາໜ່າງເສັ້ນທາງຫຼວງ ແລະ

ເສັ້ນທາງລົດໄຟ, ປະຊາຊົນໃນບັນດາແຂວງ ສປປ ລາວ ກໍ່ຍັງຈະບໍ່ສາມາດໄດ້ຮັບຜົນປະໂຫຍດສູງສຸດ ຈາກບັນດາໂຄງການພື້ນຖານໂຄງລ່າງທີ່ລົງທຶນໃສ່. ສະນັ້ນ, ໂຄງການ SEARECCC ນີ້ແມ່ນມີຄວາມສຳຄັນ ຕື່ມເຕັມໃຫ້ກັບຄວາມຕ້ອງການໃນພັດທະນາ ແບບເປັນເຂດແຄວ້ນຢູ່ໃນພາກເໜືອຂອງ ສປປ ລາວ.

ທ່ານ ອາເລັກສ໌ ເຄຼມເມີ, ຫົວໜ້າຫ້ອງການທະນາຄານໂລກແຫ່ງ ສປປ ລາວ ເຫັນດີຕໍ່ກັບຄໍາຄິດເຫັນຂອງ ທ່ານ ລັດຖະມົນຕີ ທີ່ໄດ້ຂ່າວມາຂ້າງເທິງ, ພ້ອມທັງກ່າວເພິີ່ມເຕີມອີກວ່າ, ເຖິງແມ່ນວ່າການເຊື່ອມໂຍງຂອງການຂົນສົ່ງດັ່ງກ່າວຈະເປັນສິ່ງທີ່ສຳຄັນ, ແຕ່ກໍ່ຍັງບໍ່ພຽງພໍ. ເພື່ອເຮັດໃຫ້ສປປລາວສາມາດເກັບກ່ຽວຜົນປະໂຫຍດຈາກທີ່ຕັ້້ງພື້ນທີ່ເປັນຍຸດທະສາດນີ້ ແມ່ນມີຄວາມຈຳເປັນຕ້ອງມີການບໍລິການທາງດ້ານໂລຈິດສະຕິກທີ່ມີປະສິດທິຜົນ, ອຸດສາຫະກຳການຂົນສົ່ງທີ່ມີການແຂ່ງຂັນແລະມີປະສິດທິຜົນ, ການຄຸ້ມຄອງບໍລິຫານວຽກງານການຂ້າມດ່ານທີ່ດີ, ແລະ ຕານ່າງເສັ້ນທາງເຊື່ອມຈອດກັບທ້ອງຖີ່ນທີ່ມີຄຸນນະພາບ  ເຊິ່ງໂຄງການນີ້ ຈະຊ່ວຍລັດຖະບານໃນການປັບປຸງວຽກງານໃນຂົງເຂດດັ່ງກ່າວ”..

ເສັ້ນທາງເລກ 2 ທີ່ມີຄວາມຍາວປະມານ 300 ກມ ແມ່ນເປັນສ່ວນໜຶ່ງງຂອງເສັ້ນທາງຫຼວງອາຊີເລກ 13 (Asian highway 13), ຊື່ງຈະເຊື່ອມດ່ານ ຫ້ວຍໂກນ-ນໍ້າເງິນ ທີ່ຊາຍແດນປະເທດໄທ ຫາ ດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ, ເຊິ່ງເປັນການສ້າງໂອກາດໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ໂຄງການດັ່ງກ່າວຈະຊ່ວຍປັບປຸງ ແລະ ຂະຫຍາຍຫນ້າທາງ ທາງເລກ 2 ເພື່ອໃຫ້ໄດ້ມາດຕະຖານຂອງເສັ້ນທາງຫຼວງ ອາຊີ (Asian highway), ພ້ອມທັງ ໃຫ້ມີຄວາມປອດໄພ ແລະ ຄົງທົນຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ.

ນອກຈາກນັ້ນໂຄງການຍັງຈະຊ່ວຍປັບປຸງບັນດາເສັ້ນທາງທ້ອງຖິ່ນໃນແຂວງ ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ. ໃນຂະນະດຽວກັນ ກໍ່ຍັງມີບາງອົງປະກອບຂອງໂຄງການ ແນ່ໃສ່ປັບປຸງສີ່ງອຳນວຍຄວາມສະດວກໃນການຂ້າມດ່ານ - ເຊິ່ງປະກອບມີການນຳໃຊ້ລະບົບດິຈິຕອລ ເຂົ້າໃນການຄຸ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າ, ກະສິກຳ, ການຂົນສົ່ງຫລາຍຮູບແບບ, ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້, ທາງທີມງານຂອງໂຄງການຍັງຈະໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບການຕໍ່ຕ້ານການຄ້າມະນຸດ; ພະຍາດຕິດຕໍ່; ການຂັບຂີ່ປອດໄພ; ການກົດຂີ່ຂົ່ມເຫັງ ແລະ ການລ່ວງລະເມີດທາງເພດ.

 

ໂຄງການດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຜ່ານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມືຈາກສູນກາງ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ພ້ອມທັງກະຊວງແຜນການ ແລະ ການລົງທຶນ ແລະ ອຳນາດການປົກຄອງທ້ອງຖິ່ນ. ນອກຈາກນີ້, ລັດຖະບານອົດສະຕຣາລີ ຍັງຈະໄດ້ສົມທົບທຶນເພີ່ມເຕີມເປັນຈຳນວນ 10 ລ້ານໂດອົດສະຕຣາລີ. ການຈັດຕັ້ງປະຕີບັດໂຄງການດັ່ງກ່າວ ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2028.   

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250