ລາຍງານກອງປະຊຸມ

ກອງປະຊຸມລັດຖະມົນຕີຂົນສົ່ງ ອາຊຽນ ຄັ້ງທີ່ 19 ຈັດຂື້ນ ທີ່ຈຳປາສັກ

2013-12-28 - Administrator











ກອງ​ປະຊຸມ​ລັດຖະມົນຕີ​ຂົ່ນສົ່ງ​ອາ​ຊຽນຄັ້ງ​ທີ່ 19 ບວກ​ຄູ່​ເຈລະຈາ 3 ປະ​ເທດ ຄື: ສປ ຈີນ, ຍີ່​ປູ່​ນ ​ແລະ ສ.​ເກົາຫຼີ ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ່ 19 ທັນວາ ​ຜ່ານ​ມາ​ນີ້ ທີ່​ໂຮງ​ແຮມ​ຈຳປາ​ສັກ ​ແກຣນ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ໂຍທາ​ທິການ ​ແລະ ຂົນສົ່ງ ສປປ ລາວ ​​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ມີ ທ່ານເຈົ້າ​ແຂວງໆ​ຈຳປາ​ສັກ ບັນດາ​ລັດຖະມົນຕີ​ວ່າການ ​ແລະ ຊ່ວຍ​ວ່າການ​ຂອງ​ບັນດາ​ປະ​ເທດອາ​ຊຽນ ​ແລະ​ ​ບັນດາປະ​ເທດ​ຄູ່​ເຈລະຈາ ພະນັກ ງານ ​ກອງ​ເລຂາ​ອາ​ຊຽນ ​ແລະ ພະນັກງານ​ວິຊາ​ການ ທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

      ​ໃນ​ພິທີ ທ່ານ ດຣ ສອນ​ໄຊ ສີ​ພັນ​ດອນ ​ເຈົ້າ​ແຂ​ວງຈຳປາ​ສັກ ​ໄດ້​ຂື້ນ​ກ່າວ​ຕ້ອນຮັບ​ບັນດາ​ແຂກ ​ເຊິ່ງ​ມີ​ບາງ​ຕອນ ທ່ານ ກ່າວ​ວ່າ: ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕໍ່​ການ​ຈັດ​ກອງ​ປະ​ຊຸ​ມລະດັບສາກົນ​ທີ່​ມີ ຄວາມ​  ໝາຍ​ສຳຄັນ​ນີ້ ​ເຊີ່ງ​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ ​ໃນ​ພາກ​ພື້ນ ​ແລະ​ສາກົນ ​ເປັນ​ຕົ້ນ​ແມ່ນ​ໃນ​ຖານະ​ທີ່ ສປປ ລາວ ຫາ​ກໍ່​ໄດ້​ເຂົ້າ​ເປັນ​ສະມາຊິກ ທີ 138 ຂອງ​ອົງການ​ການ​ຄ້າ​ໂລກ ​ໃນ​ປີ​ທີ່​ຜ່ານ​ມາ ​ແລະ ການ​ກະກຽມ​ເຂົ້າ​ສູ່​ສະມາຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015. ສຳລັບ​ແຂວງ​ຈຳປາ​ສັກ​ເຊີ່ງ​ເປັນ​ແຂວງ​ໃຈກາງ​ຂອງ​ບັນດາ​ແຂວງ​ພາກ​ໃຕ້​ ຂອງ ສປປ ລາວ, ຢູ່​ໃນ​ບັນດາ​ແຂວງ​ໃນ​ຂອບ​ການ​ຮ່ອມ​ມື​ພັດທະນາ 3 ຫລຽມ ACMECS, GMS ​ແລະ​ເສດຖະກິດ​ຂອງ​ 4 ປ​ະ ເທດ ກໍ່ຈະສົມທົບຄວາ​ມພະຍາຍາມ ​ແລະ​ປະກອບສ່ວນ​ທຸກ​ຢ່າງ​ ເພື່ອ​ເຮັດ​ໃຫ້​ຂົງ​ເຂດ​ນີ້​ເກີດ​ມີ​ການ​ພົວພັນ​ຮ່ວມ​ມື​ກັນ​, ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ​ມີ​ຜົນສຳ​ເລັດ​ຫຼາຍກວ່າ​ເກົ່າ. ຈາກ​ນັ້ນ​ໃນ​ພິທີ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດ​ຖະ​ມົນຕີ ​ແຫ່ງ ສປປ ລາວ ກໍ່​ໄດ້​ໃຫ້ກຽດຂື້ນ​ກ່າວ​ປາ​​ໄສ​ໃນ​ກອງ​ປະ​ຊຸມ​ເຊິ່ງມີ​ບາງ​ຕອນ​ທ່ານ​ໄດ້​ເວົ້າ​ວ່າ:​ ໂດຍ​ແນ່​ໃສ​ຫັນ​ເອົາ​ຈຸດ​ພິ​ເສດທາງ​ດ້ານ​ທີ່ຕັ້ງພູມ​ສາດທີ່​ເປັນ​ທ່າ​ແຮງ​ຂອງ​ປະ​ເທດ ​ໃຫ້​ກາຍ​ເປັນ​ກາລະ​ໂອກາດ​ທີ່​ເອື້ອອຳນວຍ​ໃຫ້​ແກ່​ການ​ພັດທະນາ​ໂດຍ​ລວມຂອງ​ຕົນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ​ລັດຖະບານ​ຈິງ​ໄດ້​ກຳນົດ​ທິດ​ທາງ​ເພື່ອ​ຫັນ ສປປ ລາວ ​ເປັນ​ປະ​ເທດ​ ທີ່​ບໍລິ​ການ​ທາງ​ຜ່ານ​ຂອງ​ອະນຸ​ພາກ​ພື້ນ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ຕົນ​ ຮອດ​ປີ 2020​, ໃນ​ນັ້ນວຽກງານ​ເຊື່ອມ​ຈອດ​ອາຊຽນກໍ່ຖື​ວ່າ​ເປັນວຽກບຸລິ​ມະສິດ​ອັນ​ດັບໜຶ່ງ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ສປປ ລາວ ກັບ​ພາກ​ພື້ນ ​ແລະ ​ສາກົນ​. ລັດຖະບານ​ ຍາມ​ໃດກໍ່ຖື​ເອົາ​ການ​ຄົມມະນາຄົມ​-ຂົນ​ສົ່ງ ​ເປັນ​ປາຍ​ແຫຼມຂອງ​ເສດຖະກິດ​ແຫ່ງ​ຊາດ ​ໂດຍ​ໄດ້​ຂຸດ​ຄົ້ນນຳ​​ໃຊ້ທຶນຢ່າງ​ຫຼວງຫຼາຍທັງ​ພາຍ​ໃນ ​ແລະ ຈາກ​ການ​ຊ່ວຍ​ເຫຼືອສະໜັບສະໜູນຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ສາກົນ ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ຄົມມະ​ນາ​ຄົມ​-ຂົນ​ສົ່ງ​ ຂອງ​ປະ​ເທດ​ຢ່າງ​ຕັ້ງໜ້າ, ທັງໝົດນີ້​ກໍ່​ເພື່ອ​ສົ່ງ​ເສີມ​ການ​ໄປມາຫາສູ່, ການທ່ອງທຽ່ວ, ການ​ຄ້າ​ ແລະ​ ການ​ດຶງ​ດູດ​ການ​ລົງທຶນ ​ຢູ່ພາຍ​ໃນ​ຄອບຄົວ​ອາຊຽນ ຂອງ​ພວກ​ເຮົາ​ ກໍ່ຄືການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ​ສາກົນ. ທ່ານ​ນາຍົກ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ເຖິງ​ແມ່ນ​ວ່າ​ ສປປ ລາວ ຈະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ໃນ​ການ​ສ້າງ​ສິງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ໃຫ້​ແກ່​ການ​ຄົມມະນາຄົມ​ ຂົນ​ສົ່ງ​ ທາງບົກ​ທາງນ້ຳ ທາງ​ອາກາດ​ ແລະ​ ທາງ​ລົດໄຟ​ ເຊັ່ນ:​ ໄດ້​ກໍ່ສ້າງ​ຍົກ​ລະດັບ​ບັນດາ​ເສັ້ນທາງ​ອາຊຽນທີ່​ຜ່ານ ສປປ ລາວ, ພັດທະນາ​ສະໜາມບິນ​ ແລະ ອື່ນໆ. ​ແຕ່​ຄຽງຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ​ນັ້ນ​ກໍ່ຍັງ​ມີຫຼາຍອັນ​ທີ່​ເປັນ​ສິ່ງ​ທ້າ​ທາຍ ​ໂດຍ​ສະ​ເພາະ​ທຶນຮອນ​ທີ່​ມີ​ຈຳກັດ ​ແຕ່​ຄວາມ​ຕ້ອງການ​ພັດທະນາ​ແມ່ນ​ມີ​ສູງ ນອກ​ນັ້ນ​ການ​ບູລະ​ນາ​ຮັກສາ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ແລ້ວ​ໃຫ້​ນຳ​​ໃຊ້​ຢ່າງ​ຍາວ​ນານ​, ການ​ແກ້​ໄຂ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ ແລະ​ ໄພພິບັດ​ຕ່າງໆ ກໍ່ລ້ວນ​ແຕ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ທຶນຮອນ​ຈຳນວນ​ຫຼາຍຕື່ມ​ອີກ, ສະນັ້ນ​ເພື່ອ​ຈັດຕັ້ງ​ເຊື່ອມ​ຈອດ​ອາຊຽນ​ໃຫ້​ເປັນ​ຮູບ​ປະ​ທຳ​ມັນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງຮ່ວມ​ກັນ​ຄົ້ນຄົ້ວ ຊອກ​ຫາ​ວິທີ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ. ​ປັດ​ຈຸບັນ​ລັດຖະບານ​ ພວມ​ລິ​ເລີ່​ມກະກຽມຮູບ​ແບບ​ສົ່ງ​ເສີມ​ການ​ລົງ​ທຶນ​ຮ່ວມ​ກັນ​ລະຫວ່າງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ​ເຂົ້າ​ໃນ​ການກໍ່ສ້າງ ​ແລະ ​ຍົກ​ລະດັບ​ເສັ້ນທາງ ​ເຊິ່ງ​ເຫັນ​ວ່າ​ເປັນ​ທາງ​ເລືອກ​ທີ່​ດີ​ ແລະ​ ເຊື່ອໝັ້ນວ່າ​ກອງ​ປະຊຸມ​ຄັ້ງນີ້​ຈະ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ສົ່ງ​ເສີມ ​ແລະ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ ດ້ານ​ຄົມມະນາຄົມ​-ຂົນ​ສົ່ງ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ຈອດ​ອາຊຽນ​ໃຫ້​ມີ​ຄວາມ​ສະດວກ​ວ່ອງ​ໄວ​, ປອດ​ໄພ ແລະ​ ທັນ​ສະ​ໄໝອີກ​ລະດັບໜຶ່ງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250