ຂ່າວພາຍໃນກົມ

ກອງປະຊຸມ ການຈັດຕັ້ງກົນໄກການປະສານງານ ເພື່ອຄຸ້ມຄອງຕົວເມືອງຄັ້ງທີ່ 2 (UMP) 27 ກໍລະກົດ ປີ 2022

2022-07-28 - Department of Housing and Urban Planning

ກອງປະຊຸມ ການຈັດຕັ້ງກົນໄກການປະສານງານ ເພື່ອຄຸ້ມຄອງຕົວເມືອງຄັ້ງທີ່ 2 (UMP)

 


ສະໜັບສະໜູນໂດຍ ໂຄງການສ້າງຂີດຄວາມສາມາດໃນການສົ່ງເສີມ ແລະ ຄຸ້ມຄອງການພັດທະນາຕົວເມືອງ / 2nd Urban Management Platform (UMP) Meeting supported by the Project for Capacity Development on Urban Development Control and Promotion / UMP.

ກອງປະຊຸມ ການຈັດຕັ້ງກົນໄກການປະສານງານ ເພື່ອຄຸ້ມຄອງຕົວເມືອງ ຄັ້ງທີ່ 2 (UMP) ຈັດຂື້ນໂດຍ ກະຊວງໂຍທາທິການ ແລະ ຂົນສົ່ງ (ກົມເຄຫາ ແລະ ຜັງເມືອງ, ສະຖາບັນ ຍທຂ, ພະແນກ ຍທຂ ນະຄອນຫຼວງ). ສະໜັບສະໜູນໂດຍ ໂຄງການສ້າງຂີດຄວາມສາມາດໃນການສົ່ງເສີມ ແລະ ຄຸ້ມຄອງການພັດທະນາຕົວເມືອງ (CDUDCP) ໄດ້ຈັດຕັ້ງຂຶ້ນ ໃນວັນທີ 27 ກໍລະກົດ ປີ 2022 ທີ່ໂຮງແຮມຄລາວພລາຊ່າ ໂດຍການເປັນກຽດ ເປັນປະທານຮ່ວມໂດຍ ທ່ານ ຮສ ປອ. ອະພິໄຊຍະເດດ ອິນສີຊຽງໃໝ່ (ຮອງຫົວໜ້າສະຖາບັນ ຍທຂ, ກະຊວງ ຍທຂ) ແລະ ທ່ານ ແສງດາລາ ດວງມີໄຊ (ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງ ຍທຂ). ຮ່ວມໂດຍ 5 ກະຊວງທີ່ກ່ຽວຂ້ອງ (ກະຊວງການເງິນ, ກະຊວງພາຍໃນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ), ຫ້ອງວ່າການປົກຄອງນະຄອນຫຼວງ, ແລະ ພະແນກກະສິກໍາແລະປ່າໄມ້ນະຄອນຫຼວງກໍໄດ້ເຂົ້າຮ່ວມ.


ຫົວຂໍ້ຫຼັກຂອງກອງປະຊຸມ UMP ຄັ້ງນີ້ ແມ່ນການນໍາໃຊ້ເຕັກໂນໂລຊີດິຈິຕອລ ເຂົ້າໃນການຄຸ້ມຄອງຕົວເມືອງ. ຄະນະເລຂາທິການຂອງ UMP ໄດ້ຈັດຕັ້ງກອງປະຊຸມຂຶ້ນເພື່ອສ້າງເຄືອຂ່າຍປະສານງານກັບທຸກການຈັດຕັ້ງທີ່ກ່ຽວຂ້ອງ ໃນການຍາດແຍ່ງເອົາການມີສ່ວນຮ່ວມຂອງແຕ່ລະພາກສ່ວນ ແລະ ເພື່ອຮັບຮູ້ນະໂຍບາຍທີ່ກ່ຽວຂ້ອງ, ຂໍ້ມູນທີ່ມີຢູ່, ແລະ ການເຝິກອົບຮົມທີ່ດີ ເຂົ້າໃນການພັດທະນາ GIS Platform ທີ່ທັນສະໄໝ (Platform ສໍາລັບການແບ່ງປັນຂໍ້ມູນດ້ານພູມີສັນຖານ ຜ່ານທາງອິນເຕີເນັດ). 

ຄາດວ່າ GIS Platform ຈະໄດ້ຖືກໂຄສະນາເຜີຍແຜ່ສູ່ສາທາລະນະ ໃນຕົ້ນປີ 2023, ເຊິ່ງໄດ້ຮັບການສະໜັບສະໜູນໂດຍໂຄງການ CDUDCP ຂອງອົງການໄຈກາ. ຜ່ານການນຳສະເໜີ ແລະ ແລກປ່ຽນຄໍາຄິດຄໍາເຫັນຈາກ 7 ກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຜູ້ເຂົ້າຮ່ວມໄດ້ຢືນຢັນເຖິງ ທ່າແຮງ ຄວາມສາມາດ ແລະ ຄວາມຈໍາເປັນຂອງການຮ່ວມມືກັນລະຫວ່າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອນໍາໃຊ້ເຕັກໂນໂລຊີ ດິຈິຕອລເຂົ້າໃນການຄຸ້ມຄອງພັດທະນາຕົວເມືອງ.


ໂຄງການນີ້ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ, ການສົ່ງເສີມ ແລະ ການພັດທະນາຂີດຄວາມສາມາດໃນການພັດທະນາຕົວເມືອງຂອງນະຄອນຫຼວງວຽງຈັນ. ສະນັ້ນ, ໂຄງການນີ້ຄາດວ່າຈະເປັນຕົວແບບໃນການພັດທະນາຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ຂອບເຂດທົ່ວປະເທດ ໃນອະນາຄົດ.


The 2nd meeting of the Urban Management Platform (UMP) organized by MPWT (DUHP, PTI, DPWT) and supported by “Project for Capacity Development on Urban Development Control and Promotion” (CDUDCP) was held on 27th July 2022, honorably Co-chaired by Assoc. Prof. Aphisayadeth INSIXIENGMAY / Deputy Director General of PTI, MPWT and Mr. Sengdara DOUANGMYXAY / Deputy Director General of DHUP, MPWT. Relevant 5 Ministries (MOF, MOHA, MTC, MONRE, MPI) and Vientiane Capital also participated. Its main theme is Digital technology utilization in Urban management.

UMP secretariat organized the meeting to network stakeholders to know relevant policy, available data, and good practices to develop a new GIS Platform (Internet based geographical information sharing platform). GIS Platform is scheduled to be public in early 2023, supported by JICA CDUDCP. Through the presentations from 7 organizations and discussion, participants confirmed the potential and willingness to conduct the multi-sectoral approach for digitalization of Urban management.

This project purposely aims to strengthen the management, promotion, and development capacity of the urban development of the Vientiane capital. Therefore, this project is expected to serve as a model for the future development of the capital and Laos.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250