ຂ່າວພາຍໃນກະຊວງ

ຄວາມຄືບໜ້າ ຂອງໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ຄືບໜ້າລວມ 2 ສັນຍາ 48,00%

2022-08-11 - Viengkhone



ອີງໃສ່ບົດລາຍງານປະຈຳເດືອນຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ), ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ສິງຫາ 2019, ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ເຊິ່ງລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໂດຍໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2 ສັນຍາກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ.

ສຳລັບມູນຄ່າສັນຍາກໍ່ສ້າງລວມຂອງໂຄງການ ສະເພາະເບື້ອງລາວ ແມ່ນມີ: ສັນຍາກ່ຽວກັບບໍລິສັດທີ່ປຶກສາ ໃນວັນທີ 24 ກໍລະກົດ 2020 ໄດ້ເຊັນສັນຍາວ່າຈ້າງ ຊ່ຽວຊານທີ່ປຶກສາຄວບຄຸມການກໍ່ສ້າງ ລະຫວ່າງ ກົມຂົວທາງ, ກະຊວງ ຍທຂ ກັບ ບໍລິສັດ AEC (ໄທ) ຮ່ວມກັບ ບໍລິສັດ MAA (ໄທ) ແລະ ບໍລິສັດ LGE (ລາວ), ໃນມູນຄ່າຈຳນວນ 43,9 ລ້ານບາດ. ສ່ວນດ້ານສັນຍາກ່ຽວກັບຜູ້ຮັບເໝົາກໍ່ສ້າງ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ສະເພາະເບື້ອງລາວ ມີມູນຄ່າລວມທັງໝົດ 1,1 ຕື້ກວ່າບາດ, ໃນນັ້ນ; ໄດ້ແບ່ງອອກເປັນ ສອງສັນຍາ, ຊຶ່ງມີລາຍລະອຽດດັ່ງນີ້: ກ). ສັນຍາທີ 1 (Package 2B): ແມ່ນການກໍ່ສ້າງຂົວຂ້າມນໍ້າຂອງເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ທາງເຂົ້າຫົວຂົວ ລວງຍາວ 85 ແມັດ, ໃນມູນຄ່າ 379 ລ້ານກວ່າບາດ, ໂດຍແມ່ນ ບໍລິສັດ NPA Construction Co., LTD ເປັນຜູ້ຮັບເໝົາກໍ່ສ້າງ, ໄດ້ເຊັນສັນຍາກໍ່ສ້າງໃນວັນທີ 30 ພະຈິກ 2020, ວັນທີເລີ່ມຕົ້ນສັນຍາ 4 ມັງກອນ 2021 ແລະ ສຳເລັດໃນວັນທີ 3 ມັງກອນ 2024 ໄລຍະເວລາກໍ່ສ້າງ 36 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ ແລະ ຂ). ສັນຍາທີ 2 (Package 3): ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ, ໃນມູນຄ່າ 773.180.000 ບາດ, ໂດຍແມ່ນບໍລິສັດ Sraloong Construction Co., Ltd. ຮ່ວມກັບ ບໍລິສັດ Advanced International Engineering Construction Sole Co., Ltd. Joint Venture ເປັນຜູ້ຮັບເໝົາກໍ່ສ້າງ,ໄດ້ເຊັນສັນຍາກໍ່ສ້າງໃນວັນທີ 30 ພະຈິກ 2020, ວັນທີເລີ່ມຕົ້ນ ສັນຍາ 04 ມັງກອນ 2021 ແລະ ສຳເລັດໃນວັນທີ 03 ກໍລະກົດ 2023 ໄລຍະເວລາກໍ່ສ້າງ 30 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ.

ບົດລາຍງານຍັງໃຫ້ຮູ້ຕື່ມວ່າ: ຄາດໝາຍສູ້ຊົນໃນປີ 2022 ນີ້ ສະເໜີແຜນງົບປະມານການລົງທຶນຂອງລັດໃຫ້ໄດ້ ຈຳນວນ 1.659 ລ້ານກີບ ແຕ່ໄດ້ຮັບການອະນຸມັດຈຳນວນ 720,36 ລ້ານກີບ ແລະ ກົມຂົວທາງໄດ້ສະເໜີຂໍອະນຸມັດຈ່າຍແລ້ວ ໃນວັນທີ 9 ມິຖຸນາ 2022 ເພື່ອສືບຕໍ່ຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໂຄງການ. ສ່ວນແຜນການຂອງວຽກງານການກໍ່ສ້າງໃນເດືອນ ສິງຫາ 2022: ສັນຍາ 1 ຊ່ວງ 2B, ແຜນການປະຕິບັດວຽກໃນເດືອນ 6,09% (ແຜນການລວມທັງໝົດ 37,30%); ສັນຍາ 2 ຊ່ວງ 3, ແຜນການປະຕິບັດວຽກໃນເດືອນ 3,22%, (ແຜນການລວມທັງໝົດ 58,71%), ແຜນການປະຕິບັດວຽກໃນເດືອນສິງຫາ 2022 ທັງສອງສັນຍາ 4,65%, ຄວາມຄືບໜ້າລວມທັງໝົດ 48,00%.

         ສຳລັບວຽກງານທີ່ພົ້ນເດັ່ນພາຍໃນເດືອນກໍລະກົດຜ່ານມາ: ໃນເດືອນ ກໍລະກົດ 2022 ຜ່ານມາໄດ້ມີວຽກງານທີ່ພົ້ນເດັ່ນ ສຳຄັນດັ່ງນີ້: ໃນວັນທີ 06/07/2022 ຄະນະຜູ້ແທນຂັ້ນສູງ ແຂວງ ຮາຕີ້ງ ສສ ຫວຽດນາມ ພ້ອມດ້ວຍການນໍາ ແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການ; ໃນວັນທີ 07/07/2022 ພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງບໍລິຄຳໄຊ ໄດ້ລົງມາເປີດກອງປະຊຸມ ກ່ຽວກັບການແນະນໍາ ຊຸກຍູ້ການປະຕິບັດກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍແຮງງານ,ແນະນໍາການນໍາເຂົ້າແຮງງາຕ່າງປະເທດ ແລະ ເກັບກໍາຂໍ້ມູນການນໍາໃຊ້ແຮງງານລາວ ແລະ ແຮງງານຕ່າງປະເທດ ຢູ່ໃນບັນດາບໍລິສັດຜູ້ຮັບເໝົາ ຂອງໂຄງການ; ໃນວັນທີ 28/07/2022 ຄະນະຜູ້ແທນຈາກແຂວງບໍ່ແກ້ວ ຮ່ວມກັບ ແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມໂຄງການ; ໃນວັນທີ 29/07/2022 ຮອງຫົວໜ້າກົມພາສີ ພ້ອມດ້ວຍຄະນະ ແລະ ພາສີປະຈຳແຂວງ ບໍລິຄຳໄຊ ໄດ້ລົງເຄື່ອນໄຫວວຽກງານ ແລະ ຢ້ຽມຊົມສະຖານທີ່ກໍ່ສ້າງອາຄານດ່ານ ຂອງໂຄງການ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250