ຂ່າວພາຍໃນກະຊວງ

ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະບໍລິຫານງານຊາວໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ

2022-04-07 - Administrator


     ໃນຕອນເຊົ້າຂອງວັນທີ 6 ເມສາ 2022 ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ  ຈັດພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມ ປປລາວ ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ   ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຍທຂ; ສະຫາຍ ທອງຈັນ ພູມີພັນ ຄະນະເລຂາທິການ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ; ສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ , ເລຂາຄະນະບໍລິຫານງານຊາວໜຸ່ມ ຍທຂ; ປະທານສະຫະພັນກໍາມະບານ ຍທຂ ແລະ ປະທານສະຫະພັນແມ່ຍິງ ຍທຂ; ມີບັນດາສະຫາຍຄະນະປະຈຳ, ກຳມະການຄະນະບໍລິຫານງານຊາວໜຸ່ມ ຍທຂ; ເລຂາ, ຮອງເລຂາ ແລະ ສະມາຊິກຊາວໜຸ່ມ 23 ໜ່ວຍຊາວໜຸ່ມຮາກ ແລະ ແຂກຖືກເຊີນຈາກສູນກາງຊາວ    ໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ.

 
 



     ໃນພິທີ ສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຍທຂ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະ​ຈຳ​ປີ 2020 ແລະ ທິດ​ທາງແຜນ​ການ ປະ​ຈໍາປີ 2021 ໃນນັ້ນໄດ້ຍົກໃຫ້ເຫັນເຖິງຜົນງານການເຄື່ອນໄຫວການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ  ໃນໄລຍະຜ່ານມາ, ຜົນການຈັດຕັ້ງປະຕິບັດໃນ 9 ມາດຖານຂອງຄະນະບໍລິຫານງານຊາວໜຸ່ມ ຍທຂ, ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນປີ 2021 ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ. ນອກຈາກນີ້ ຍັງມີຊາວໜຸ່ມຕົວແບບຂື້ນປະກອບຄຳເຫັນຕໍ່ການຈັດຕັ້ງປະະຕິບັດຂໍ້ແຂ່ງຂັນ 4 ບຸກ; ຫຼັງຈາກນັ້ນ ຕາງໜ້າໃຫ້ກົມຈັດຕັ້ງພະນັກງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຮັບຮອງ ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ  ເປັນ ຄຊຊປລ 4 ບຸກ ແລະ ໃນໂອກາດອັນສະຫງ່າລາສີນີ້ ໃຫ້ກຽດມອບໂດຍ ສະຫາຍ ທອງຈັນ ພູມີພັນ ຄະນະເລຂາທິການ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ແລະ ຮັບໃບຢັ້ງຢືນ ໂດຍສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ , ເລຂາຄະນະບໍລິຫານງານຊາວໜຸ່ມ ຍທຂ.

   

    ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ວຽງສະຫັວດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຍທຂ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນເລັດ, ຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4ບຸກ ທີ່ຍາດມາໄດ້ ແລະ ການເຄື່ອນໄຫວວຽກງານຂອງ ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ! ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຊາວໜຸ່ມ ຍທຂ ຈະຕ້ອງໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະ ເປັນເສນາທິການມີຄວາມຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ, ຄະນະນຳ ແລະ ຮັກສາມູນເຊື້ອນາມມະຍົດ 4 ບຸກໃຫ້ໝັ້ນຄົງຕະຫຼອດໄປ.

   

    ຫຼັງຈາກນັ້ນ ສະຫາຍ ທອງຈັນ ພູມີພັນ ຄະນະເລຂາທິການ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ໃຫ້ກຽດມີຄໍາເຫັນທີ່ສໍາຄັນເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະ​ນະ​ບໍ​ລິ​ຫານ​ງານຊາວ​ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທັງໝົດ ຕ້ອງເປັນຜູ້ນໍາໜ້າ, ຕ້ອງເປັນຜູ້ທີ່ມີຄວາມຫ້າວຫັນ, ເປັນແຂນຂວາຂອງພັກ ເປັນກໍາລັງແຮງປະຈັນບານຂອງຊາດ, ເສຍສະຫຼະເຫື່ອແຮງ ເພື່ອຊາດ ເພື່ອສ່ວນລວມ, ພ້ອມກັນເສີມຂະຫຍາຍຮັກສາມູນເຊື້ອທີ່ດີງາມຂອງຄົນຮຸ່ນກ່ອນ ແລະ ໝາກຜົນແຫ່ງການປະຕິວັດ ດ້ວຍຄວາມເອກອ້າງທະນົງໃຈ, ຕ້ອງມີການປະດິດສ້າງແບບໃໝ່ ໃນເງື່ອນໄຂໃໝ່ ໂດຍສະເພາະແມ່ນການສຶກສາອົບຮົມທາງດ້ານແນວຄິດ ແມ່ນບັນຫາຫຼັກ ແມ່ນບັນຫາສໍາຄັນ ຕິດພັນການເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະ, ການດໍາລົງຊີວິດ, ຍົກສູງເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຂອງຕົນໃຫ້ສູງເດັ່ນ, ມີຄຸນສົມບັດສິນທໍາປະຕິວັດ ພ້ອມໃຈກັນເປັນຈິດໜຶ່ງໃຈດຽວສ້າງຄວາມສາມັກຄີພາຍໃນພາຍນອກຢ່າງແໜ້ນແຟ້ນ ປະກອບສ່ວນເຂົ້າຮ່ວມທຸກໆຂະບວນການຂອງບັນດາອົງການຈັດຕັ້ງມະຫາຊົນ ດ້ວຍຄວາມຟົດຟື້ນ, ພ້ອມກັນບຸກບືນ, ສູ້ຊົນໃນການຄົ້ນຄວ້າຮໍ່າຮຽນຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ສະຕິການຈັດຕັ້ງ, ຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງ ໃຫ້ສົມກັບຄໍາຂວັນຂອງຊາວໜຸ່ມທີ່ວ່າ:
ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ  ແລະປະທານ ໄກສອນ ພົມວິຫານ ຍັງໄດ້ກ່າວໃຫ້ສັນຍານາມຊາວໜຸ່ມວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ

ໃນພິທີຄັ້ງນີ້ຍັງໄດ້ລັ່ນຄ້ອງ 9 ບາດເພື່ອປະກາດສັກດາສິນໄຊຂອງ ຊາວໜຸ່ມ 4 ບຸກ ຄະ​ນະ​ບໍ​ລິ​ຫານ​ງານຊາວ​ ໝຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ   ຢ່າງເປັນທາງການ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250