ຂ່າວພາຍໃນກະຊວງ

ພິທີວາງສີລາລຶກຂອງໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນຫຼວງພະບາງ

2022-03-25 - Administrator


ໃນຕອນເຊົ້າວັນທີ 23 ມີນາ 2022 ທີ່ຜ່ານມາ, ໄດ້ຈັດພິທີວາງສີລາລຶກຂອງໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນຫຼວງພະບາງ, ທີ່ໂຮງງານຜະລິດນໍ້າປະປາ ບ້ານຜານົມ, ແຂວງຫຼວງພະບາງ; ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ ແຂວງຫຼວງພະບາງ; ທ່ານ Mr. Kenichi KOBAYASHI ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ Toshio NAGASE ຫົວໜ້າຫ້ອງການໄຈກາ ປະຈໍາລາວ; ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຍທຂ ປະຈຳແຂວງ ຫຼວງພະບາງ, ຜູ້ຕາງໜ້າຈາກບັນດາກະຊວງແຜນການ, ກະຊວງ ການເງິນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.




ໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນຫຼວງພະບາງ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກອົງການໄຈກາ ປະເທດຍີ່ປຸ່ນປະຈຳລາວ, ຈໍານວນ 1.922.000.000 ເຢັນ ເທົ່າກັບ 17,8 ລ້ານໂດລາສະຫະລັດ; ໂດຍມີໜ້າວຽກທີ່ສຳຄັນຈະກໍ່ສ້າງ ແລະ ຂະຫຍາຍຄື: ກໍ່ສ້າງ ແລະ ປັບປຸງສິ່ງອຳນວຍຄວາມສະດວກຂອງໂຮງງານຜະລິດນໍ້າປະປາເພີ່ມຕື່ມ 6.000 ແມັດກ້ອນຕໍ່ມື້ປັບປຸງຕິດຕັ້ງລະບົບໄຟຟ້າ ແລະກົນຈັກກໍ່ສ້າງອ່າງເກັບນໍ້າສູງຕື່ມ 1.500 ແມັດກ້ອນວາງທໍ່ສົ່ງ ແລະ ທໍ່ແຈກຈ່າຍ ຕື່ມອີກ 58 ກິໂລແມັດຕິດຕັ້ງລະບົບຄວບຄຸມ ແລະ ອື່ນໆ. ຊຶ່ງຂອບເຂດຂອງໂຄງການປະກອບມີ 65 ບ້ານ ໃນນັ້ນ ບ້ານທີ່ມີນໍ້າປະປາແລ້ວ 60 ບ້ານ (63.347 ຄົນ) ແລະ ບ້ານທີ່ຈະໄດ້ຮັບການບໍລິການໃໝ່ 05 ບ້ານ (3.803 ຄົນ). ໂດຍມີແຜນການກໍ່ສ້າງ ຂະຫຍາຍໂຮງງານຜະລິດນໍ້າປະປາບ້ານຜານົມ, ປັບປຸງລະບົບສາຍທໍ່ 60 ບ້ານ ແລະ ຂະຫຍາຍທໍ່ໃໝ່ໄປຫາ 05 ບ້ານ; ທັງນີ້ ກໍເພື່ອຮັບປະກັນການສະໜອງນໍ້າປະປາທີ່ສະອາດປອດໄພມີຄຸນນະພາບ ແລະ ມີຄວາມຍືນຍົງ ໃຫ້ປະຊາຊົນພາຍໃນນະຄອນຫຼວງພະບາງ ກໍຄືໃຫ້ສາມາດຕອບສະໜອງນໍ້າປະປາ ໃຫ້ແກ່ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມນະຄອນ-ຫຼວງພະບາງ ນະຄອນສີຂຽວໃຫ້ນັບມື້ນັບຫຼາຍຂຶ້ນ. ໃນໂອກາດນີ້ ແຂກທີ່ເຂົ້າຮ່ວມພິທີວາງສີລາລືກຍັງໄດ້ຍ່າງຊົມເບິ່ງໂຮງງານຜະລິດນໍ້າປະປາ ບ້ານຜານົມ ນະຄອນ-ຫຼວງພະບາງຕື່ມອີກ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250