ຂ່າວພາຍໃນກະຊວງ

ກະຊວງ ຍທຂ ເປີດກອງປະຊຸມທາງໄກ ເພື່ອ ເຜີຍແຜ່ສັນຍາຂົນສົ່ງ ແລະ ລາຍງານສະພາບການຂົນສົ່ງສິນຄ້າ ໃນໄລຍະປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ 19 ສຳລັບ 7 ແຂວງ ພາກກາງ - ພາກໃຕ້

2021-10-29 - Administrator

    ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປີດກອງປະຊຸມທາງໄກເພື່ອເຜີຍແຜ່ສັນຍາຂົນສົ່ງ ແລະ ລາຍງານ ສະພາບການຂົນສົ່ງສິນຄ້າ ໃນໄລຍະປ້ອງກັນ, ​ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ 19 ສຳລັບ 7 ແຂວງ ພາກກາງ - ພາກໃຕ້, ໃນວັນທີ 28 ຕຸລາ 2021 ທີ່ຫ້ອງປະຊຸມຂອງກະຊວ ຍທຂ, ໂດຍການເປັນປະທານຂອງ ທ່ານ ວຽງສະຫັວດ ສີພັນດອນ ລັດຖະມົນຕີ ກະຊວງ ຍທຂ; ໂດຍມີບັນດາທ່ານ ເຈົ້າແຂວງ ແລະ ຮອງ ເຈົ້າແຂວງທັງ 7 ແຂວງພາກາງ ແລະ ພາກໃຕ້; ທ່ານຮອງ ລັດຖະມົນຕີ ກະຊວງການເງິນ; ບັນດາທ່ານ ຫົວໜ້າ ແລະ ຮອງຫົວນ້າ ພະແນກການອ້ອມຂ້າງ 7 ແຂວງ; ຜູ້ຕາງໜ້າ ແລະ ຮອງຫົວໜ້າ ກົມກອງ ຈາກຂະແໜງ ກ່ຽວຂ້ອງອ້ອມຂ້າງສູນກາງ; ສະມາຄົມ ຜູ້ຈັດສົ່ງ ແລະ ຂົນສົ່ງ ສິນຄ້າ ລະຫວ່າງປະເທດ ຂອງ ສປປ ລາວ, ບັນດາບໍລິສັດ ຕາງໜ້າໃຫ້ສະມາຄົມຜູ້ຈັດສົ່ງ ແລະ ຂົນສົ່ງສິນຄ້າ ປະຈຳແຂວງ ເຂົ້າຮ່ວມ.


     ກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ສັນຍາຂົນສົ່ງຂ້າມແດນ, ການຈັດຕັ້ງປະຕິບັດສັນຍາ ທີ່ ສປປ ລາວ ເປັນພາຄີ ໂດຍຈະລົງເລິກ ສັນຍາຂົນສົ່ງສອງຝ່າຍ: ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ ແລະ ລາວ-ກໍາປູເຈຍ, ພ້ອມທັງປຶກສາຫາລື, ແລກປ່ຽນຄຳຄິດເຫັນ ຈາກການຈັດຕັ້ງປະຕິບັດວຽກງານ ຂົນສົ່ງສິນຄ້າ ແລະ ໂລຊິດສະຕິກ ໂດຍສະເພາະ ການຂົນສົ່ງສິນຄ້າ ໃນໄລຍະປ້ອງກັນ, ​ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ໄດ້ປຽບ, ຂໍ້ເສຍປຽບ ແລະ ຊອກຫາວິທີແກ້ໄຂ ໂດຍຮັບ ປະກັນສິດຜົນປະໂຫຍດສູງສຸດ ຂອງຜູ້ປະກອບການຂົນສົ່ງສິນຄ້າ ແລະ ໂລຊິດສະຕິກ ຂອງ ສປປ ລາວ.




     ດັ່ງທີ່ບັນດານທ່ານຮູ້ນຳກັນແລ້ວວ່າ ປັດຈຸບັນ ວຽກງານຂົນສົ່ງສິນຄ້າ ລະຫວ່າງປະເທດ ຂອງລາວເຮົາ ໄດ້ມີບາດກ່າວຂະຫຍາຍຕົວໃນລະດັບດີຂຶ້ນຫລາຍສົມຄວນ ໂດຍສະເພາະແມ່ນການ ຂົນສົ່ງສິນຄ້າ 2 ​ຝ່າຍ ແລະ ການບໍລິການ ການອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງ ສິນຄ້າຜ່ານແດນ ຊຶ່ງໄດ້ສ້າງລາຍຮັບ ໃຫ້ແກ່ພາກ ທຸລະກິດ ແລະ ລາຍຮັບເຂົ້າງົບປະມານແຫ່ງຊາດ ເປັນຈໍານວນຫຼວງຫຼາຍ. ແຕ່ວ່າໃນການດຳເນີນທຸລະກິດ ດັ່ງກ່າວ ໂດຍສະເພາະ ແມ່ນການຈັດຕັ້ງ ປະຕິບັດສັນຍາຂົນສົ່ງທາງບົກ ຍັງມີຂໍ້ຈໍາກັດຫລາຍຢ່າງ ຊຶ່ງເປັນການ ກີດຂວາງການຂົນສົ່ງທາງບົກຂອງ ສປປ ລາວ, ເປັນບັນຫາຫຍໍ້ທໍ້ໃນການດໍາເນີນທຸລະກິດ ແລະ ຍັງບໍ່ສາມາດ ແຂ່ງຂັນກັບປະເທດອ້ອມຂ້າງໄດ້.


     ເຖິງຢ່າງໃດກໍ່ຕາມ, ໃນໄລຍະການແຜ່ລະບາດ ຂອງພະຍາດ ໂຄວິດ-19 ນີ້ ເລີ່ມແຕ່ປີ 2020, ພາກລັດ ໄດ້ມີຄວາມພະຍາຍາມ ທີ່ຈະຫັນວິກິດໃຫ້ເປັນໂອກາດ ເຊິ່ງສະແດງອອກ ດ້ວຍການລົງເຜີຍແຜ່ ສັນຍາຂົນສົ່ງ ໃຫ້ແກ່ຂະແໜງການກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ບັນດາພາກທຸລະກິດ ເພື່ອສ້າງຄວາມເຂົ້າໃຈ ລະອຽດໃນການຄຸ້ມຄອງ, ຈັດຕັ້ງປະຕິບັດ ແລະ ຊຸກຍູ້ພາກທຸລະກິດໃຫ້ສາມາດ ພັດທະນາສັກກະຍາພາບຂອງ ຕົນເອງ ເພື່ອກ້າວໄປສູ່ຄວາມເປັນມືອາຊີບ ໃນການການບໍລິການຂົນສົ່ງ ສິນຄ້າ ແລະ ໂລຊິດສະຕິກ ໃຫ້ທຽບເທົ່າ ກັບປະເທດເພື່ອນບ້ານ ແລະ ສາກົນ. ພ້ອມນັ້ນ ກະຊວງ ຍທຂ ຍັງໄດ້ອອກບັນດາແຈ້ງການ ໂດຍສະເພາະ ແມ່ນແຈ້ງການ 242/ຍທຂ ເພື່ອອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າທັງພາຍໃນປະເທດ ແລະ ຂ້າມແດນ ໃຫ້ມີການຄ່ຽນຖ່າຍ, ຊຸກຍູ້ພາກທຸລະກິດລາວ ເຕົ້າໂຮມກຳລັງແຮງ ໂດຍການສ້າງສະມາຄົມລົດຂົນສົ່ງ ສິນຄ້າປະຈຳແຂວງ, ຊຸກຍູ້ໃຫ້ສ້າງສະຖານີລົດ ຂົນສົ່ງສິນຄ້າ ຢູ່ແຕ່ລະແຂວງ, ເຊິ່ງຜ່ານມາແມ່ນໄດ້ຊຸກຍູ້ໃຫ້ ສາມາດສ້າງສະມາຄົມລົດຂົນສົ່ງສິນຄ້າ ຢູ່ແຂວງບໍ່ແກ້ວ ເຮັດໃຫ້ພາກທຸລະກິດລາວ ສາມາດຍາດແຍ່ງລາຍຮັບ ຈາກການຂົນສົ່ງຫຼາຍຂຶ້ນ ແລະ ເກີດມີໜໍ່ແໜງອີກໃນຫລາຍແຂວງແລ້ວ. ນອກນັ້ນ, ກະຊວງ ຍທຂ ຍັງໄດ້ ສົມທົບກັບ ກະຊວງກ່ຽວຂ້ອງ ໃນການສ້າງສັນຍາສຳປະທານຂຸດຄົ້ນແຮ່ທາດ ໂດຍໃຫ້ຜູ້ປະກອບການຂົນສົ່ງຂອງ ລາວ ເປັນບູລິມະສິດ ເພື່ອຮັບຜົນປະໂຫຍດໃນການຂົນສົ່ງແຮ່ທາດອອກສູ່ຕ່າງປະເທດ. 




    ໂດຍອີງໃສ່ພື້ນຖານຂອງສັນຍາຂົນສົ່ງ ທີ່ ສປປ ລາວ ໄດ້ລົງນາມ ກັບປະເທດເພື່ອນບ້ານ ທີ່ໄດ້ລົງນາມ ມາດົນນານ ແລະ ສັນຍາຂົນສົ່ງຮ່ວມກັບບັນດາປະເທດໃນພາກພື້ນນັ້ນ ເຫັນວ່າໃນສະພາບຄວາມເປັນຈິງ ໃນ ໄລຍະຜ່ານມາ ສປປ ລາວ ຈຳເປັນໄດ້ແກ້ໄຂບາງກໍລະນີໃນການອະນຸຍາດໃຫ້ນຳໃຊ້ລົດຂົນສົ່ງຂອງຕ່າງປະເທດ ຕີເປົ່າເຂົ້າມາຂົນສິນຄ້າຢູ່ໃນ ສປປ ລາວ ເນື່ອງຈາກວ່າ ເປັນລົດຂົນສົ່ງປະເພດພິເສດ, ລົດວິຊາ ສະເພາະ ທີ່ບໍ່ທັນມີ ຢູ່ ສປປ ລາວ ແລະ ທີ່ຕັ້ງຂອງບໍ່ແຮ່ ຢູ່ຫ່າງໄກສອກຫຼີກ ແລະ ຢູ່ຕິດຊາຍແດນ ທີ່ບໍລິສັດຂົນສົ່ງຂອງ ສປປ ລາວ ບໍ່ສົນໃຈເຮັດ ເພາະວ່າບໍ່ກຸ້ມຄ່າ.  ແຕ່ວ່າໃນອະນາຄົດອັນໃກ້ນີ້ ພາກລັດຈະເຈລະຈາປັບປຸງສັນຍາ ຂົນສົ່ງ ກັບ ໄທ, ຫວຽດນາມ ແລະ ອະນຸສັນຍາກັບ ສປ ຈີນ, ເຊິ່ງພາກລັດ ຈະໄດ້ຈັດກອງປະຊຸມຮ່ວມກັບພາກທຸ ລະກິດ ຂົນສົ່ງລາວ ເພື່ອປຶກສາຫາລືປັບປຸງສັນຍາເຫຼົ່ານັ້ນ ໃຫ້ແທດເໝາະກັບຕົວຈິງ ແລະ ໃຫ້ໄດ້ຜົນປະໂຫຍດ ສູງສຸດແກ່ພາກທຸລະກິດລາວ.


     ເພື່ອເຮັດໃຫ້ ວຽກງານການຂົນສົ່ງທາງບົກຂອງ ສປປ ລາວ ມີບາດກ້າວຂະຫຍາຍຕົວໃນລະ ດັບສູງ, ສາມາດແຂ່ງຂັນ ແລະ ຮ່ວມມືກັບປະເທດເພື່ອນບ້ານ ແລະ ສາກົນໄດ້. ພາຍຫລັງຈັດກອງປະຊຸມເຜີຍແຜ່ ສັນຍາຂົນສົ່ງ ແລະ ລາຍງານ ສະພາບການຂົນສົ່ງສິນຄ້າ ພາກເໜືອ ສຳເລັດ, ກະຊວງ ຍທຂ ຈະໄດ້ລາຍງານຫາລັດຖະບານ ເພື່ອພິຈາລະນາອອກຄຳສັ່ງ ຫລື ມາດຕະການ ໃຫ້ສາມາດຈັດຕັ້ງປະຕິບັດ ເອກະພາບ ໃນຂອບເຂດທົ່ວປະເທດ ໃນຕໍ່ໜ້າ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250