ຂ່າວພາຍໃນກະຊວງ

ກະຊວງ ຍທຂ ໄດ້ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 5, ສະໄໝທີ V

2021-10-27 - Administrator

ກະຊວງ ຍທຂ ໄດ້ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 5, ສະໄໝທີ V ຂຶ້ນໃນວັນທີ 27 ຕຸລາ 2021, ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ມີບັນດາສະຫາຍ  ຮອງເລຂາ, ບັນດາສະຫາຍ ຄະນະປະຈໍາພັກກະຊວງ ແລະ ບັນດາສະຫາຍ ກໍາມະການພັກກະຊວງ ເຂົ້າຮ່ວມ.



ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 5, ສະໄໝທີ V ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ຊຶ່ງຈະໄດ້ພ້ອມກັນປຶກສາຫາລື, ສະຫຼຸບຕີລາຄາ ແລະ ປະກອບຄໍາເຫັນ ຕໍ່ກັບຫຼາຍວຽກງານ ດັ່ງນີ້:  ຮັບຟັງເຜີຍແຜ່ມະຕິ ເລກທີ 07/ກມສພ, ລົງວັນທີ 25/02/2021 ວ່າດ້ວຍການປັບປຸງຊັບຊ້ອນບາງວຽກງານຂອງລັດຖະບານ; ຄຳສັ່ງ ເລກທີ 190/ຄລສພ, ລົງວັນທີ 26/09/2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ; ແຈ້ງການ ເລກທີ 175/ພນ, ລົງວັນທີ 24/09/2021 ການຄົ້ນຄວ້າປັບປຸງກົງຈັກ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາກົມ ແລະ ທຽບເທົ່າຂັ້ນສູນກາງ, ພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ. ນອກຈາກນີ້ກອງປະຊຸມຍັງໄດ້ຜ່ານ ບົດສະຫຼຸບການເຄື່ອນໄຫວນໍາພາຂອງຄະນະບໍລິຫານງານພັກກະຊວງ 3 ເດືອນ (7-9/2021) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (10-12/2021); ບົດສະຫຼຸບການນໍາພາຂອງຄະນະປະຈໍາພັກກະຊວງ 3 ເດືອນ (7-9/2021) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (10-12/2021) ແລະ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ 3 ເດືອນ (7-9/2021) ແລະ ກໍານົດແຜນການ 3 ເດືອນຕໍ່ໜ້າ (10-12/2021).




  ກອງປະຊຸມຄັ້ງນີ້, ມີເນື້ອໃນສຳຄັນຫຼາຍດ້ານ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ດ້ວຍເວລາອັນເຄັ່ງຮ້ອນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຄະນະບໍລິຫານງານພັກກະຊວງທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈະຕ້ອງພ້ອມກັນຕັດສິນໃຈສູງ, ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງ ຍທຂ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະໄລຍະແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ທາງດ້ານເສດຖະກິດ, ​ວັດທະນະທໍາ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ, ສໍາລັບ ຂະແໜງ ຍທຂ ການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ແມ່ນບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນ, ສ່ວນການຂົນສົ່ງສິນຄ້າພາຍໃນປະເທດ, ລະຫວ່າງປະເທດ ສິນຄ້າທາງອາກາດ, ທາງລົດໄຟ ແມ່ນໄດ້ຈັດຕັ້ງປະຕິບັດ ດ້ວຍທຸກວິທີເພື່ອໃຫ້ການຂົນສົ່ງສິນຄ້າ ໃຫ້ມີການໂລ່ງລຽນ; ຕໍ່ກັບການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ເປັນສິງທ້າທາຍຕໍ່ກັບວຽກງານຂະແໜງການ ຍທຂ ທີ່ຈະຕ້ອງໄດ້ເພີ່ມທະວີ ແລະ ຄວາມເອົາໃຈໃສ່ ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ.


   ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດ ພາຍໃນຄະນະບໍລິຫານງານພັກ ກະຊວງ ຍທຂ ຕ້ອງເປັນເອກະພາບກັນສູງ ທາງດ້ານທັດສະນະ ແລະ ຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດ ທີ່ເກີດຂຶ້ນຢູ່ໃນກະຊວງ ຍທຂ ໃຫ້ໝົດໄປເທື່ອລະກ້າວ,​ ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ແລະ ເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດ ຕາມຈຸດປະສົງຄາດໝາຍ ທີ່ໄດ້ກໍານົດໄວ້ຢ່າງຈົບງາມ, ຕາມຄຳຂວັນຂອງຂະແໜງ ຍທຂ ທີ່ວ່າ: “ ພັດທະນາໂຍທາທິການ ແລະຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250