ຂ່າວພາຍໃນກະຊວງ

ກອງປະຊຸມ ສະຫລຸບ ແລະ ມອບຮັບບົດລາຍງານການສຶກ ການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການລົງທືນປັບປຸງ ສິ່ງແວດລ້ອມຕົວເມືອງ

2021-09-16 - Administrator

 ໃນຕອນບ່າຍຂອງວັນທີ 9 ກັນຍາ 2021, ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໄດ້ຈັດກອງປະຊຸມ ສະຫລຸບ ແລະ ມອບຮັບບົດລາຍງານການສຶກ ການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການລົງທືນປັບປຸງ ສິ່ງແວດລ້ອມຕົວເມືອງ ໂດຍຜ່ານລະບົບກອງປະຊຸມທາງໄກ; ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ວິໄລຄໍາ ໂພສາລາດ ຮອງລັດຖະມົນກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງໆ ສະຫວັນນະເຂດ;  ມີບັນດາທ່ານ ຮອງເຈົ້າແຂວງໆ ຈໍາປາສັກ; ຮອງເຈົ້າແຂວງໆ ຫລວງພະບາງ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ພາກສ່ວນຕ່າງຂອງກະຊວງໂຍທາທິການ ແລະ ຂົນສົ່ງ;  ຜູ້ຕາງໜ້າ ກະຊວງອອ້ມຂ້າງ, ອົງການ ທັງສູນກາງ ແລະ ທ້ອງຖິ່ນ;  ຜູ້ຕາງໜ້າ ຈາກທະນາຄານພັດທະນາອາຊີ (ADB) ປະຈຳສຳນັກງານໃຫຍ່ ແຫ່ງ ສປປ ລາວ ແລະ CDIA (Cities Development Initiative for Asia) ແລະ ຜູ້ຕາງໜ້າບໍລິສັດທີ່ປຶກສາ ເຂົ້າຮ່ວມ.




   ກອງປະຊຸມ ສະຫລຸບ ແລະ ມອບຮັບບົດລາຍງານການສຶກ ການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ສໍາລັບໂຄງການລົງທືນປັບປຸງສິ່ງແວດລ້ອມຕົວເມືອງ(Urban Environment Improvement Investment Program)(ມີຊື່ຫຍໍ້ວ່າ UEIIP), ການສຶກສານີ້ ແຕ່ກ່ອນແມ່ນ ການກະກຽມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນສໍາລັບໂຄງການຕົວເມືອງໜ້າຢູ່ (The PFS for ADB Livable Cities Project). ຊື່ງຜູ້ໃຫ້ທືນໄດ້ສະເໜີປ່ຽນຊື່ໃນກອງປະຊຸມໄລຍະກາງ (INTERIM  WORKSHOP). ມາເປັນໂຄງການລົງທືນປັບປຸງຕົວເມືອງໜ້າຢູ່ (UEIIP).


   ກອງປະຊຸມສະຫລຸບ ແລະ ມອບຮັບບົດລາຍງານການສຶກສາ ຂອງການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ໂຄງການລົງທືນປັບປຸງສິ່ງແວດລ້ອມຕົວເມືອງ, ໂຄງການດັ່ງກ່າວນີ້ ທາງຊ່ຽວຊານທີ່ປຶກສາ CDIA ໄດ້ຜັນຂະຫຍາຍ ຕາມນະໂຍບາຍຂອງ ທະນາຄານພັດທະນາອາຊີ (ADB), ໃນການສືບຕໍ່ປັບປຸງ ພັດທະນາຕົວເມືອງ ໃນ 03 ນະຄອນທີ່ສ້າງໃຫມ່ ຄື: ນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ໃຫ້ກາຍເປັນຕົວເມືອງທີ່ມີສະພາບແວດລ້ອມທີ່ດີ ແລະ ໜ້າຢູ່ ໃນອະນາຄົດທີ່ໃກ້ຈະມາເຖິງນີ້.


   ສໍາລັບຈຸດປະສົງເປົ້າໝາຍຂອງ ກອງປະຊຸມໃນມື້ນີ້ແມ່ນ ເພື່ອສະຫລຸບຜົນຂອງການສຶກສາ ແລະ ມອບຮັບບົດລາຍງານການສຶກສາຂອງໂຄງການດັ່ງກ່າວ ໂດຍສະເພາະແມ່ນການກຳນົດກອບໜ້າວຽກ ແລະ ການປະເມີນລາຄາຂອງບັນດາກິດຈະກຳ ໂຄງການຍ່ອຍຕ່າງໆ  ທີ່ຕິດພັນກັບບັນດາໜ້າວຽກຈຸດສຸມ 4 ໜ້າວຽກຕົ້ນຕໍ ຄຶ: 1. ການຄຸ້ມຄອງຂີ້ເຫຍື້ອ (Solid waste management), 2. ການຄຸ້ມຄອງນໍ້າເປື້ອນ (Wastewater management), 3. ການປັບປຸງຜັງເມືອງ ແລະ ພູມິທັດໃນຕົວເມືອງ (Urban planning/ Streetlife improvement) ແລະ 4. ການສ້າງຂີດຄວາມສາມາດໃຫ້ສະຖາບັນ ແລະ ການປູກຈິດສໍານຶກໃຫ້ປະຊາຊົນ.  ການສຶກສາໂຄງການດັ່ງກ່າວ ແມ່ນໄດ້ມີການປຶກສາຫາລື ທາງດ້ານວິຊາການມາຫຼາຍຄັ້ງ ແລະ ໄດ້ຕົກລົງເຫັນດີເປັນເອກະພາບ ບໍ່ວ່າຈະເປັນທາງດ້ານຄວາມຕ້ອງການ ແລະ ບູລິມະສິດຂອງນະຄອນ ແລະ ຄວາມສອດຄ່ອງກັບເປົ້າໝາຍຂອງໂຄງການ.






ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250