ຂ່າວພາຍໃນກະຊວງ

ທ່ານລັດຖະມົນຕີ ຢ້ຽມຢາມໂຮງງານຜະລິດທໍ່ນໍ້າລາວ

2021-09-16 - Administrator

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງງານຜະລິດທໍ່ນໍ້າລາວ ອຸດສາຫະກໍາ ເທັກໂນໂລຍີ ຈໍາກັດຜູ້ດຽວ ພ້ອມທັງຊຸກຍູ້ສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນ, ວັນທີ 14 ກັນຍາ 2021 ທີ່ບໍລິສັດທໍ່ນໍ້າລາວ ອຸດສາຫະກໍາ ແລະ ເທັກໂນໂລຢີ ຈໍາກັດຜູ້ດຽວ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊີ່ງຕ້ອນຮັບຈາກທ່ານ ບຸນລົງ ດວງນາລີ ປະທານບໍລິສັດ ທໍ່ນໍ້າລາວ ອຸດສາຫະກໍາ ແລະ ເທັກໂນໂລຢີ ຈໍາກັດຜູ້ດຽວ ພ້ອມຄະນະ ແລະ ພະນັກງານຫຼັກແຫຼ່ງຂອງບໍລິສັດ




ບໍລິສັດ ທໍ່ນໍ້າລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວ ສ້າງຕັ້ງຂື້ນໃນປີ 2006 ເປັນຕົ້ນມາປັດຈຸບັນມີປະສົບການໃນການເຮັດວຽກປະມານ 16 ປີ ໂດຍມີສຳນັກງານ ແລະ ໂຮງງານຕັ້ງຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີເນື້ອທີ່ທັງໝົດຫຼາຍກວ່າ 5 ເຮັກຕາ ແລະ ມີເຄື່ອງຈັກທັນສະໄໝໃຊ້ໃນການຜະລິດທໍ່ PVC U-PVC HDPE PPR ອຸປະກອນຂໍ້ຕໍ່ຕ່າງໆລວມທັງຂະໜາດນ້ອຍ ແລະ ຂະໜາດໃຫຍ່ຫຼາຍກວ່າ 30 ເຄື່ອງ ນອກນີ້ຍັງມີເຄື່ອງຈັກຜະລິດຖັງເກັບນໍ້າ ແລະ ຖັງບໍາບັດນໍ້າເປື້ອນຕື່ມອີກ ໂດຍມີກໍາລັງການຜະລິດ 7.000 ໂຕນຕໍ່ປີ ວັດຖຸດິບທີ່ນໍາເຂົ້າມາຜະລິດສ່ວນໃຫຍ່ແມ່ນນຳເຂົ້າຈາກບໍລິສັດ SCG ສ່ວນ PVC ແມ່ນບໍລິສັດວິນີໄທ ແລະ ມີພະນັກງານທັງໝົດ 200 ຄົນ ຜັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ ມີລົດຂົນສົ່ງທັງໝົດ 25 ຄັນ ເພື່ອເຮັດໃຫ້ການຂົນສົ່ງໃຫ້ສະດວກ ແລະ ວ່ອງໄວໃຫ້ກັບທົ່ວແທນຈໍາໜ່າຍ ແລະ ລູກຄ້າທົ່ວປະເທດຫຼາຍກວ່າ 5.000 ຮ້ານ.


ຍັງໄດ້ສະໜອງທໍ່ ແລະ ອຸປະກອນໃຫ້ແກ່ໂຄງການນໍ້າປະປາ ທົ່ວປະເທດ ແລະ ໂຄງການນໍ້າສະອາດຫຼາຍກວ່າ 100 ແຫ່ງ ພົ້ນເດັ່ນສະໜອງທໍ່ໃຫ້ນໍ້າປະປາທົ່ວປະເທດ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ສະໜອງທໍ່ໃຫ້ຍາວນານ 5 ປີຕິດຕໍ່ກັນ ແລະ ກໍາລັງຕິດຕັ້ງກົງເຕີ້ນໍ້າເຂົ້າບ້ານຫຼາຍກວ່າ 20.000 ໜ່ວຍ ສະໜອງທໍ່ ແລະ ຮັບເໝົາຕິດຕັ້ງໄຫ້ໂຄງການ ADB ຢູ່ເມືອງວຽງຄໍາ ແຂວງຫຼວງພະບາງ ລົງທຶນກໍ່ສ້າງໂຮງງານຜະລິດຕາຂ່າຍນໍ້າປະປາຮູບແບບ PPP ຢູ່ກຸ່ມບ້ານເມືອງຂາຍ ແຂວງຫຼວງພະບາງ ມີກໍາລັງການຜະລິດ 1.200 ແມັດກ້ອນຕໍ່ມື້ ເຊິ່ງໄດ້ທຶນຊ່ວຍເຫຼືອຈາກມູນນິທິ EAST MEET WEST ຈໍານວນໜຶ່ງ ຮັບເໝົາກໍ່ສ້າງໂຮງງານ ສະໜອງທໍ່ ແລະ ຕິດຕັ້ງລະບົບນ້ຳປະປາຢູ່ ເມືອງຊຽງຮອນ ແຂວງໄຊຍະບູລີ  ຈາກລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ມີກໍາລັງການຜະລິດ 1.400 ແມັດກ້ອນຕໍ່ມື້ ສະໜອງທໍ່ໄຫ້ໂຄງການ (SUNWIP) ຢູ່ເມືອງເຊໂນ ແຂວງສະຫວັນນະເຂດ ສະໜອງທໍ່ ແລະ ອຸປະກອນໃຫ້ໂຄງການໂນເລໂກ້ ຢູ່ ເມືອງບຸນເໜືອ ແຂວງຜົ້ງສາລີ ຄວາມຍາວທໍ່ທັງໝົດປະມານ 100 ກວ່າກິໂລແມັດ ສະໜອງທໍ່ ແລະ ອຸປະກອນໃຫ້ໂຄງການກໍ່ສ້າງ ແລະ ຕິດຕັ້ງລະບົບນ້ຳປະປາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.




ດ້ວຍປະສົບການເຮັດວຽກອັນຍາວນານ ບໍລິສັດມີຄວາມມຸ້ງໝັ້ນຕອບສະໜອງສິນຄ້າທີ່ມີຄຸນນະພາບສູງ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າໃນວຽກງານຕ່າງໆ ໂດຍຄຽງຄູ່ກັບການພັດທະນາຄຸນນະພາບຂອງຜະລິດຕະພັນຢ່າງຕໍ່ເນື່ອງ ແລະ ມີຄວາມຫຼາກຫຼາຍ ເພື່ອມຸ້ງໄປສູ່ການເປັນຜູ້ນໍາດ້ານລະບົບທໍ່, ພິເສດໂຮງງານຍັງມີຫ້ອງທົດລອງຄຸນະພາບທໍ່ ແລະ ອຸປະກອນ ເປັນໂຮງງານທຳອິດໃນ ສປປ ລາວ ເພື່ອກວດສິນຄ້າໃຫ້ໄດ້ຕາມມາດຕະຖານສາກົນ ISO9001:2015 ແລະ ມາດຕະຖານລາວ ມລ 71-2009.


ໂອກາດນີ້ ທ່ານລັດຖະມົນຕີ ກະຊວງ ຍທຂ ໄດ້ມີຄໍາເຫັນວ່າ: ການພັດທະນາໂຄງລ່າງພື້ນຖານ ໂຍທາທິການ ແລະ ຂົນສົ່ງ ເວົ້າລວມແມ່ນວຽກງານຂົວທາງ, ທາງນໍ້າ, ເຄຫາ ແລະຜັງເມືອງ ເວົ້າສະເພາະວຽກງານນໍ້າປະປາ ແລະ ສຸຂາພິບານໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ນໍາໃຊ້ວັດສະດຸກໍ່ສ້າງເຂົ້າໃນກິດຈະກໍາຂອງໂຄງການເປັນຈໍານວນຫຼາຍ ລັດຖະບານໄດ້ສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນເຂົ້າໃນວຽກງານ ເຊິ່ງມີຄໍາຂັວນທີ່ວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ” ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດເທື່ອລະກ້າວ ສະນັ້ນການຜະລິດທໍ່ ແລະ ອຸປະກອນຊະນິດຕ່າງໆທີ່ຮັບໃຊ້ເຂົ້າໃນວຽກງານກໍ່ສ້າງນໍ້າປະປາ ແລະ ສຸຂາພິບານຂອງໂຮງງານຜະລິດທໍ່ນໍ້າລາວ ອຸດສະຫະກໍາເທັກໂນໂລຢີ ຈໍາກັດຜູ້ດຽວ ແມ່ນມີຄວາມໜ້າເຊື່ອຖື ເພາະມີລະບົບກວດກາທົດລອງຄຸນນະພາບຂອງທໍ່ທີ່ໄດ້ມາດຕະຖານສາກົນ ທັງເປັນການຊຸກຍູ້ສົ່ງເສີມໃຫ້ເສດຖະກິດຂອງລາວຈະເລີນຮຸ່ງເຮືອງ ທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ອ້າຍນ້ອງກໍາມະກອນລາວ ຈໍານວນ 200 ຄົນ ທີ່ເຮັດວຽກຢູ່ໃນໂຮງງານໄດ້ຜັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອກາຍເປັນມືອາຊີບ ແລະ ເປັນການຫຼຸດຜ່ອນການຂາຍແຮງງານອອກຕ່າງປະເທດ ພ້ອມນີ້ຍັງເປັນການສະໜັບສະໜູນເສດຖະກິດພາຍໃນປະເທດ ແລະ ເປົ້າໝາຍການພັດທະນາຂອງຂະແໜງການ ຍທຂ ຍາດເອົາໃຫ້ໄດ້ຕົວເລກຄາດໝາຍສູ້ຊົນຂະແໜງການໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ນອກນັ້ນທາງໂຮງງານກໍ່ໄດ້ເອົາໃຈໃສ່ໃນການພັດທະນາຕົນເອງຢ່າງບໍ່ຢຸດຢັ້ງໃນການຜະລິດເຮັດໃຫ້ໄດ້ຜະລິດຕະພັນທີ່ມີຄຸນນະພາບຕາມມາດຕະຖານສາກົນ ແລະ ເປັນໂຮງງານຜະລິດທໍ່ແຫ່ງທໍາອິດທີ່ໄດ້ຮັບມາດຕະຖານສາກົນ ISO 9001:2015 ແລະ ມາດຕະຖານລາວ ມລ 71-2009 ໄດ້ສະໜອງທໍ່ ແລະ ອຸປະກອນໃຫ້ບັນດາບໍລິສັດລັດວິສາຫະກິດນໍ້າປະປາ ແລະ ບັນດາໂຄງການກໍ່ສ້າງລະບົບນໍ້າປະປາໃນຂອບເຂດທົ່ວປະເທດ ໃນອານາຄົດສະເໜີໃຫ້ໂຮງງານຈົ່ງເອົາໃຈໃສ່ໃນການຜະລິດໃຫ້ມີຄຸນນະພາບສູງ ເພື່ອຕອບສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ໃຫ້ສາມາດຍາດແຍ່ງຕະຫຼາດສາກົນໄດ້.





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250