ຂ່າວພາຍໃນກະຊວງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການນຳໃຊ້ໂປຣແກມຖານຂໍ້ມູນສຳ ລັບການປະເມີນຜົນ ແລະ ການລາຍງານກ່ຽວກັບອຸບປະຕິເຫດທາງຫຼວງ

2021-09-09 - Administrator

ໃນຕອນບ່າຍຂອງວັນທີ 3 ກັນຍາ 2021 ທີ່ຫ້ອງປະຊຸມ ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ,  ໄດ້ພິທີເຊັນບົດບັນທຶກຄວາມເຂົ້າໃຈ  ການນຳໃຊ້ໂປຣແກມຖານຂໍ້ມູນສຳລັບການປະເມີນຜົນ  ແລະ ການລາຍງານກ່ຽວກັບອຸບປະຕິເຫດທາງຫຼວງ  ລະຫວ່າງ   ກົມຂົນສົ່ງ ແລະ ກົມໃຫຍ່ຕຳຫຼວດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ພົນຕີ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມ; ບັນດາ ທ່ານຫົວໜ້າກົມ, ຮອງກົມ, ຫ້ອງການ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການທັງສອງພາກສ່ວນ.


   ການນຳໃຊ້ໂປຣແກມຖານຂໍ້ມູນສຳລັບການປະເມີນຜົນ ແລະ ການລາຍງານກ່ຽວກັບອຸບປະຕິເຫດທາງຫຼວງ ເພື່ອຊ່ວຍໃນການສັງລວມລາຍງານກ່ຽວກັບການເກີດອຸບປະຕິເຫດຍັງມີ ສູງ ຖ້າທຽບໃສ່ປະຊາກອນ, ການເກີດອຸບປະຕິເຫດແຕ່ລະຄັ້ງ ເຮັດໃຫ້ມີຜູ້ບາດ ເຈັບ ຫຼື ເສຍຊີວິດຢ່າງຫຼວງຫຼາຍ ໂດຍສະເລ່ຍໃນແຕ່ລະປີ ມີຜູ້ເສຍຊີວິດ 14 ຄົນ ຕໍ່ປະຊາ ກອນໜຶ່ງແສນຄົນ. ດັ່ງນັ້ນ, ອົງການສະຫະປະຊາຊາດ ຈຶ່ງເຫັນຄວາມອັນຕະລາຍ ແລະ  ໃຫ້ຄວາມສໍາຄັນຕໍ່ຜົນເສຍຫາຍດັ່ງກ່າວ. ເພື່ອບັນລຸເປົ້າໝາຍແຜນດໍາເນີນງານແຫ່ງທົດສະວັດ ຂອງອົງການສະຫະປະຊາຊາດ ຫຼື UN ໃນການຫຼຸດຜ່ອນຈໍານວນຜູ້ເສຍຊີວິດຈາກການເກີດອຸບປະຕິເຫດຕາມທາງຫຼວງຫຼຸດລົງ 50% ຈາກປີ 2020-2030 ຊຶ່ງເພິ່ນໄດ້ເນັ້ນໜັກກ່ຽວກັບຂໍ້ມູນການເກີດອຸບປະຕິເຫດ ຕ້ອງມີຄວາມຈະແຈ້ງ ແລະ ຊັດເຈນ ເພື່ອຈະໄດ້ນໍາເອົາຂໍ້ມູນ ດັ່ງກ່າວເປັນບ່ອນອີງໃນການວິເຄາະ, ວິໄຈ ເພື່ອຫາວິທີການ, ຂັ້ນຕອນການປ້ອງກັນ ແລະ ແກ້ໄຂບັນຫາການເກີດອຸບປະຕິເຫດຕາມທາງຫຼວງ ໃນຕໍ່ໜ້າ.




   ໃນປີ 2017 ພາຍໃຕ້ໂຄງການຂົວທາງໄລຍະ 2 ຫຼື LRSP2 ທະນະຄານໂລກ ໄດ້ຈັດສັນງົບປະມານຈໍານວນໜຶ່ງ ເພື່ອຈັດຝຶກອົບຮົມ, ແນະນໍາລະບົບໂປຼແກຼມ DRIVER ໂດຍມີຜູ້ຕາງໜ້າຈາກ ກົມຂົນສົ່ງ ກະຊວງ ຍທຂ, ກົມຕໍາຫຼວດຈະລາຈອນ ກະຊວງ ປກສ, ຜູ້ຕາງໜ້າຈາກກະຊວງສາທາລະນະສຸກ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ. ພາຍຫຼັງໄດ້ມີການຈັດຝຶກອົບຮົມແລ້ວ ແຕ່ລະພາກສ່ວນເຫັນດີ ໃນການລິເລີ່ມນໍາໃຊ້ລະບົບດັ່ງກ່າວເປັນແຂວງຕົ້ນແບບໃນນະຄອນຫຼວງວຽງຈັນ.  ຕໍ່ມາໃນປີ 2018 ໄດ້ສືບຕໍ່ຈັດຝຶກອົບຮົມ ເພື່ອແນະນໍາການນໍາເຂົ້າໃຊ້ ແລະ ການເອົາຂໍ້ມູນໂປຼແກຼມ ໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຫຼັງຈາກນັ້ນ ໄດ້ຝຶກອົບຮົມ ໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງ ໂພນໂຮງ ແຂວງວຽງຈັນ;  ເມືອງ ທ່າພະບາດ, ປາກຊັນ, ບໍລິຄັນ, ປາກກະດິງ ແຂວງບໍລິຄໍາໄຊ; ເມືອງ ຫີນບູນ, ເຊບັ້ງໄຟ, ທ່າແຂກ ແຂວງຄໍາມ່ວນ ລວມການຝຶກອົບຮົມທັງໝົດ 7 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 100 ເທື່ອຄົນ, ນອກຈາກນັ້ນ ທາງໂຄງການ ຍັງໄດ້ສະໜອງເຄື່ອງມື, ອຸປະກອນ ແລະ ຍານພາຫະນະຈໍານວນໜຶ່ງ ເພື່ອຮັບໃຊ້ໃຫ້ແກ່ການປະຕິບັດໜ້າທີ່ວຽກງານຄື: ລົດຈິບ ຈໍານວນ 2 ຄັນ, ລົດບັນທຸກ 2 ຄັນ, ຄອມພິວເຕີຕັ້ງໂຕະ 17 ເຄື່ອງ, ໂນດບຸກ 22 ເຄື່ອງ ແລະ ເຄື່ອງພິມ 21 ເຄື່ອງ. ມາຮອດປະຈຸບັນໄດ້ທໍາການທົດລອງນໍາໃຊ້ລະບົບດັ່ງກ່າວນີ້ແລ້ວ ແລະ ສາມາດເກັບກໍາຂໍ້ມູນອຸບປະຕິເຫດໄດ້ທັງໝົດ 2.231 ກໍລະນີ.


     ສະນັ້ນ, ເພື່ອເຮັດໃຫ້ການນໍາໃຊ້ລະບົບຖານຂໍ້ມູນ ສໍາລັບການປະເມີນຜົນ ແລະ ການລາຍງານເຫດການອຸບປະຕິເຫດທີ່ເກີດຂຶ້ນຕາມທາງຫຼວງ ໃຫ້ມີຄວາມຍືນຍົງ ແລະ ໄດ້ນໍາໃຊ້ໃນຂອບເຂດທົ່ວປະເທດ ຈຶ່ງຈະໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາໃນມື້ນີ້ ລະຫວ່າງ ຫົວໜ້າ ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ຫົວໜ້າ ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນອື່ນໆ ມານໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ເພື່ອເປັນການປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດ ແນໃສ່ເຮັດໃຫ້ການເກີດອຸບປະຕິເຫດຫຼຸດລົງເທື່ອລະກ້າວ. 



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250