ຂ່າວພາຍໃນກະຊວງ

ພິທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງ ທາງ 13 ໃຕ້, ຊ່ວງສັນຍາທີ 3 ແຕ່ ກມ 190 - ກມ 268

2021-08-30 - Administrator

 ໃນຕອນບ່າຍຂອງວັນທີ 27 ສິງຫາ 2021 ທີ່ຫ້ອງປະຊຸມ ກົມຂົວທາງ ກະຊວງ ຍທຂ, ໄດ້ມີພິທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງ ທາງ 13 ໃຕ້, ຊ່ວງສັນຍາທີ 3 ແຕ່ ກມ 190-ກມ 268, ລະຫວ່າງກົມຂົວທາງ ກະຊວງ ຍທຂ ແລະ ບໍລິສັດ China International Water and Electric Corporation, ໂຄງການກປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ຊ່ວງທີ 4 ທີ່ມີລວງຍາວ 78 ກມ (ກມ 190-ກມ 268) ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ, ໂດຍໄດ້ຮັບທືນຈາກທະນາຄານລົງທືນພື້ນຖານໂຄງລ່າງອາຊີ ແລະ ກອງທືນທາງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານໃນພິທີດັ່ງກ່າວ: ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມອ້ອມຂ້າງກະຊວງ ຍທຂ,  ຫົວໜ້າບໍລິສັດ China International Water and Electric Corporation,  ແລະ ບັນດາຄະນະກໍາມະການປະມູນໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13ໃຕ້.




 ໃນພິທີດັ່ງກ່າວ ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ 13ໃຕ້ແຕ່ ກມ 71 ຫາ ກມ 346 ມີຄວາມຍາວທັງໝົດ 275 ກິໂລແມັດ, ໂດຍໄດ້ແບ່ງອອກ ເປັນ 4 ຊ່ວງ, ຊື່ງແຕ່ລະຊ່ວງ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕໍ່າຈາກ ສາມ ສະຖາບັນການເງິນຄື: ທະ ນາຄານໂລກ (WB) IDA ພາຍໃຕ້ໂຄງການ ຂະແໜງຂົວທາງໄລຍະ2 LRSP2, ທະນາຄານ ລົງທືນ ເອີ ຣົບ (EIB), ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ແລະ ລັດຖະບານລາວ(ກອງທຶນທາງ) ຮູບແບບສັນຍາແມ່ນໃຊ້ຮູບແບບສັນຍາໃໝ່ OPBRC ໂດຍກໍ່ສ້າງ 3 ປີ ແລະ ບູລະນະຮັກສາ 7 ປີ.






   ໃນການອອກແບບເພື່ອປັບປຸງ ແລະ ສ້ອມແປງ ທາງດັ່ງກ່າວ ແມ່ນເປັນການຍົກລະດັບຈຸດນໍ້າຖ້ວມ, ຂະຫຍາຍໜ້າທາງໃຫ້ກ້ວາງອອກໄປຕື່ມ ບາງຊ່ວງ(ຈາກ 9 ແມັດ ມາເປັນ 12 ແມັດ) ແລະ ເພື່ອໃຫ້ສາມາດຮັບນໍ້າໜັກການບັນທຸກຕາມມາດຕະຖານຂອງອາຊຽນຄື 11 ໂຕນຕໍ່ເພົາ(ຂອງລາວແມ່ນ 9,1 ໂຕນຕໍ່ເພົາ) ສຳລັບໂຄງສ້າງທາງໄດ້ອອກແບບເປັນ ໜ້າທາງປູຢາງຂົ້ວ AC; ສະເພາະຊ່ວງທີ 3 ແຕ່ ກມ 190 ຫາ ກມ​ 268, ລວງຍາວ 78 ກມ, ໃນມູນຄ່າ: 29.690.305,78 ໂດລາສະຫະລັດ; ໃນກອບສັນຍາແບບມອບເໝົາ (Output- and Performance- Based Road Contract – OPBRC) ໝາຍຄວາມວ່າ ຜູ້ຮັບເໝົາເປັນຜູ້ດຳເນີນການກໍ່ສ້າງ ສຳເລັດແລ້ວສືບຕໍ່ບູລະນະຮັກສາໄປອີກຕື່ມ 7 ປີ ຈຶ່ງມອບໃຫ້ແກ່ເຈົ້າຂອງໂຄງການ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250