ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI

2021-08-19 - Administrator

ກະຊວງ ໂຍທາທິການແລະ ຂົນສົ່ງ ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຂຶ້ນໃນວັນທີ 18 ສິງຫາ 2021, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີສະຫາຍເລຂາຄະນະພັກກະຊວງ, ບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກ, ບັນດາສະຫາຍຄະນະເລຂາຮາກຖານພັກ, ພະນັກງານຫຼັກແຫຼ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.




  ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ , ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຫຍໍ້ກ່ຽວກັບການນຳພາຂອງ ຄະນະພັກ ກະຊວງ ຍທຂ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນ ທ້າຍປີ ການຈັດຕັ້ງຜັນຂະຫຍາຍເນື້ອ ໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ໂຍທາທິ ການ ແລະ ຂົນສົ່ງ ຄັ້ງທີ V ວາງອອກໃຫ້ຮູ້ວ່າ: ດ້ານວິຊາສະເພາະໄດ້ນຳພາກໍ່ສ້າງ ແລະ ປັບປຸງບັນດາ ເສັ້ນທາງອາຊຽນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນ, ເສັ້ນທາງຮັບໃຊ້ການຜະລິດ, ເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສັ້ນທາງຮັບໃຊ້ວຽກງານວັດທະ ນາທຳ-ສັງຄົມ, ເສັ້ນທາງເຂົ້າຫາຈຸດສຸມພັດທະນາ ຂອງລັດຖະບານ ແລະ ວຽກງານສ້ອມແປງທາງຫຼວງ ແຫ່ງ ຊາດປະຈຳ ປີ 2021 ທີ່ມີທັງໝົດ 35 ໂຄງການ ໃນຈຳນວນ 128 ສັນຍາ ປະຕິບັດໄດ້ 48%; ໄດ້ນຳພາກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ດ້ານການຂົນສົ່ງ ທາງນ້ຳ; ໄດ້ນຳພາຊີ້ ນຳ ອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນສົ່ງ ເຂົ້າ-ອອກ ສປປ ລາວ; ໄດ້ ນຳພາກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງ ການຂົນສົ່ງທາງລົດໄຟ; ໄດ້ນຳພາພັດທະນາຕົວເມືອງ ໃຫ້ເປັນລະບຽບ, ມີສິ່ງແວດລ້ອມທີ່ດີຊຶ່ງໄດ້ສຳເລັດການສະເໜີກ່ຽວກັບຜົນການຄົ້ນຄວ້າ ປັບປຸງແຜນຜັງ ລວມຕົວເມືອງນະຄອນຫຼວງ ຽງຈັນຮອດ ປີ 2030, ໄດ້ນຳພາພັດທະນາການຂົນສົ່ງທາງບົກ ແລະ ການ ບໍລິການ ທາງຜ່ານໃຫ້ມີຄວາມສະດວກ ແລະ ວ່ອງໄວໂດຍ ການສ້າງລະບົບໂລຊິສຕິກ ຄົບຊຸດ ແລະ ໄດ້ ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ.




 ສະຫາຍ ໄຊສົມ ພອນພົມວິຫານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກກະຊວງ ໂຍທາທິ ການ ແລະ ຂົນສົ່ງວ່າ: ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນ ກະຊວງ ທີ່ສຳຄັນຕໍ່ການສ້າງສາ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ຜ່ານການຮັບຟັງລາຍງານຂອງ ສະຫາຍ ເລຂາຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ເຫັນວ່າໃນໄລຍະຕົ້ນປີ 2021 ຜ່ານມານີ້ ຄະນະພັກ, ຄະນະນຳຂອງກະຊວງ ໂຍທາທິການ ແລະ ຂົນ ສົ່ງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳບັນດາຂະແໜງໂຍທາທິການ ແລະ ຂົນສົ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນການດຳເນີນ ກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໂດຍໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ເພື່ອນຳພາວຽກງານຂອງກະຊວງ;




  ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ການສ້າງ ແລະ ປັບປຸງນິຕິກຳ; ວຽກງານວິຊາສະເພາະມີຫຼາຍວຽກມີຄວາມຄືບໜ້າ ເປັນຕົ້ນການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ວຽກງານການບິນ, ຜັງເມືອງ, ນໍ້າປະປາ ກໍມີຜົນ ສຳເລັດຫຼາຍດ້ານ; ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ໃຫ້ ສືບຕໍ່ມີບາດກ້າວຂະຫຍາຍຕົວ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ. ພາຍໃຕ້ການນຳພາຂອງພັກ, ການຊີ້ ນຳຂອງລັດຖະບານ, ການຕິດຕາມຊຸກຍູ້ ຂອງສະພາແຫ່ງຊາດ ເຮັດໃຫ້ການກໍ່ສ້າງທາງລົດໄຟມີຄວາມຄືບໜ້າກ້າວເຂົ້າສູ້ຜົນສຳເລັດ ແລະ ຈະໄດ້ນຳໃຊ້ ໃນທ້າຍ ປີ 2021 ນີ້, ຊຶ່ງໄດ້ສ້າງຄວາມປື້ມປິຕິຍິນດີຂອງປະຊາຊົນບັນດາເຜົ່າ, ເປັນໃບໜ້າໃໝ່ຂອງປະເທດຊາດ, ເປັນທ່າແຮງທາງດ້ານເສດຖະກິດໃນຕໍ່ໜ້າ. ສະ ຫາຍ ໄຊສົມມພອນ ພົມວິຫານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະພັກ, ຄະນະນຳ, ບັນດາຮາກຖານພັກ, ບັນດາກົງຈັກເສນາທິການ, ພະນັກງານ-ລັດຖະກອນ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ພ້ອມພຽງເປັນຈິດໜຶ່ງໃຈດຽວເຮັດສຳເລັດໜ້າທີ່ວຽກງານອັນສຳຄັນ, ເຮັດໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າຄະນະພັກກໍຄືອຳນາດການປົກຄອງແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນກະຊວງ ທີ່ມີ ຄວາມສຳຄັນ ແລະ ເປັນໃຈກາງໃນການກະຕຸກຊຸກຍູ້ການສ້າງສາ ພັດທະນາເສດຖະກິດ-ສັງຄົມ ຈະຕ້ອງ ໄດ້ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນເປັນປຶກແຜ່ນ, ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາວຽກ ງານໃຫ້ບັນລຸຕາມແຜນການ ແລະ ມີປະສິດທິຜົນພາຍໃຕ້ວິໄສທັດທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການ ປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250