ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເຊື່ອມຊຶມກົດລະບຽບຂອງພັກ ສະໄໝທີ XI

2021-08-17 - Administrator

 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຂຶ້ນໃນວັນທີ 17 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ກະຊວງ ຍທຂ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ;ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ; ເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ; ຜູ້ຊ່ວຍຄະນະລັດຖະມົນຕີ, ຫົວ  ໜ້າ, ຮອງຫົວຫ້ອງການ, ກົມ, ສະຖາບັນ, ກອງວິຊາການ; ຜູ້ອຳນວຍການ, ຮອງຜູ້ອຳນວຍການລັດວິສາຫະກິດ; ປະທານ, ເລຂາ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.






ກອງປະຊຸມໃນຄັ້ງນີ້ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຄົ້ນຄວ້າເນື້ອໃນ 2 ເອກະສານສຳຄັນຄື: ກົດລະບຽບຂອງພັກ ສະໄໝທີ XI, ຄຳແນະນຳເລກທີ 102/ຄຈສພ ລົງວັນທີ 24/6/2021 ກ່ຽວກັບເນື້ອໃນ ແລະ ວິທີຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI. ເພື່ອໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານຂອງ ກະຊວງ ຍທຂ ໄດ້ເຊື່ອມຊຶມກຳແໜ້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນກົດລະບຽບຂອງພັກ ສະໄໝທີ XI, ພ້ອມກັນເປັນເອກະພາບ, ເປັນເຈົ້າການເຄົາລົບຢ່າງເຂັ້ມງວດ ແລະ ນຳໄປຄົ້ນຄວ້າ-ຊີ້ນຳຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານຂອງຕົນ ພ້ອມນີ້, ຕ້ອງເພີ່ມທະວີເອົາໃຈໃສ່ວຽກງານການເມືອງ-ແນວຄິດໃຫ້ແຂງແຮງຂຶ້ນຕື່ມ, ສືບຕໍ່ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງພັກຕາມ 5 ຫຼັກການ ແລະ 3 ທິດນຳຢ່າງເຂັ້ມງວດ ດ້ວຍການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສຳເລັດຕາມຄາດໝາຍ; ສືບຕໍ່ປັບປຸງແຜນວິທີເຮັດວຽກ, ແບບແຜນວິທີການນຳພາຂອງຄະນະພັກຕ້ອງພ້ອມກັນບັນລຸຢ່າງຕັ້ງໜ້າ, ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ຕ້ອງປຶກສາຫາລືເປັນໝູ່ຄະນະ, ເຊີດຊູຄວາມເປັນແບບຢ່າງນຳໜ້າທີ່ດີຂອງສະມາຊິກພັກ ແລະ ພະນັກງານນຳພາ; ຕ້ອງເພີ່ມທະວີຄວາມເປັນເຈົ້າການຕິດຕາມກວດກາ ແລະ ຈັດຕັ້ງຜັນຂະຫຍາຍມະຕິ, ຄຳແນະນຳຕ່າງໆຂອງພັກ ຕາມຂອບເຂດຮັບຜິດຊອບຊີ້ນຳຂອງຕົນທີ່ຖືກມອບໝາຍ, ໃຫ້ຖືເອົາກົດລະບຽບຂອງພັກ ສະໄໝ XI ເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານຂອງພັກຕາມໜ້າທີ່ ແລະ ສິດ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບ; ສືບຕໍ່ນຳໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້, ເຂົ້າໃຈຕໍ່ກັບກົດລະບຽບຂອງພັກ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.


 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250