ຂ່າວພາຍໃນກະຊວງ

ກອງປະຊຸມເຊື່ອມຊຶມ ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ກັບວຽກງານວັດທະນະທຳໃນໄລຍະໃໝ່, ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດ ໃນໄລຍະໃໝ່ ແລະ ປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021)

2021-08-15 - Administrator

 ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ກັບວຽກງານວັດທະນະທຳໃນໄລຍະໃໝ່, ມະຕິວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ - ແນວຄິດ ໃນໄລຍະໃໝ່ ແລະ ປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໃນວັນທີ 12 ສິງຫາ 2021, ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ; ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ; ເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ; ຜູ້ຊ່ວຍຄະນະລັດຖະມົນຕີ, ຫົວໜ້າ, ຮອງຫົວຫ້ອງການ, ກົມ, ສະຖາບັນ, ກອງວິຊາການ; ຜູ້ອຳນວຍການ, ຮອງຜູ້ອຳນວຍການລັດວິສາຫະກິດ; ປະທານ, ເລຂາ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມຮັບຟັງ.






   ກອງປະຊຸມຈະໄດ້ຮັບຟັງການເຜີຍແຜ່ ເຊື່ອມຊືມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ກັບວຽກງານວັດທະນະທຳໃນໄລຍະໃໝ່ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ; ມະຕິວ່າດ້ວຍການຍົກສູງຄຸນນະ  ພາບວຽກງານການເມືອງ - ແນວຄິດ ໃນໄລຍະໃໝ່ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ນາງ  ວິໄລຄໍາ ໂພສາລາດ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ຍທຂ ແລະ ປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ລັນ ແສງອາພອນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງ ຍທຂ; ຈຸດປະສົງໃນການເຜີຍແຜ່ ເຊື່ອມຊຶມເອກະສານຄັ້ງນີ້ເພື່ອສ້າງ​ຄວາມ​ຮັບ​ຮູ້ ແລະ ສ້າງ​ຄວາມ​ເຂົ້າ​ໃຈ​ໃຫ້ແກ່​ພະ​ນັກ​ງານນຳພາ, ຄຸ້ມຄອງ ແລະ ​ສະ​ມາ​ຊິກ​ພັກ​ຂອງ​ກະ​ຊວງ ຍ​ທ​ຂ ກ່ຽວ​ກັບ​ທິດ​ທາງ​ລວມ, ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ພັກ ຕໍ່​ວຽກ​ງານ​ການ​ເມືອງ​ແນວ​ຄິດ, ວຽກ​ງານ​ວັດ​ທະ​ນະ​ທຳ​ໃນ​ໄລ​ຍ​ະ​ໃໝ່ ແລະ ຮັບ​ຮູ້​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳ​ຄັນ ຂອງວັນ​ລັດ​ຖະ​ທຳມະນູນແຫ່ງ ສປປ ລາວ ແລະ ຜົນສຳເລັດຕະຫຼອດໄລຍະ 30 ປີຜ່ານມາ.






ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250