ຂ່າວພາຍໃນກະຊວງ

ກອງປະຊຸມຄົບຄະນະຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 10

2021-08-15 - Administrator

   ກອງປະຊຸມຄົບຄະນະຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 10 ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ; ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທັງເປັນຜູ້ປະຈໍາການ; ມີຮອງເຈົ້າຄອງ, ຮອງເຈົ້າແຂວງ ພ້ອມດ້ວຍບັນດາຄະນະຊີ້ນໍາໂຄງການດັ່ງກ່າວ ແລະ ແຂກຖືກເຊີນເຂົ້າຮ່ວມ.




   ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ຈຸດປະສົງແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ; ໂຄງການກໍ່ສ້າງດັ່ງກ່າວ ຊຶ່ງເປັນໂຄງການໃຫຍ່ ທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ ‘‘ ໜຶ່ງແລວ ໜຶ່ງເສັ້ນທາງ‘‘ ທີ່ຜ່ານ ສປປ ລາວ ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບ ລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ, ເປັນໂຄງການທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້.








ພ້ອມນີ້ ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 9,ຄັ້ງວັນທີ 24 ມິຖຸນາ 2019 ທີ່ຜ່ານມາ. ຈາກທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ມາຮອດວັນທີ 25 ກໍລະກົດ 2021 ແລະ ສະເໜີແຜນການສືບຕໍ່ ຂໍ້ສະເໜີຕ່າງໆ ຈາກທ່ານຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ. ກອງປະຊຸມຍັງຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ການລາຍງານດັ່ງກ່າວ ແລະ ຈະໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາເຊັ່ນ: ການຈັດຕັ້ງປະຕິບັດການຊົດເຊີຍໃຫ້ຜູ້ທີ່ຖືກຜົນກະທົບ ທີ່ໄດ້ມອບພື້ນທີ່ໃຫ້ໂຄງການກໍ່ສ້າງດັ່ງກ່າວ ໄດ້ລົງມືກໍ່ສ້າງແລ້ວ ແຕ່ຜູ້ຖືກຜົນກະທົບຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຍ້ອນຫຼາຍສາເຫດ; ສືບຕໍ່ການແກ້ໄຂບັນຫາ ຈຸດຕັດກັນລະຫວ່າງ ທາງລົດໄຟຕັດກັບທາງຫຼວງ, ທາງລອດ, ທາງເວັ້ນ ແລະ ທາງສ້າງຂຶ້ນໃໝ່ ຊຶ່ງມີຫຼາຍຈຸດຍັງບໍ່ທັນໄດ້ຮັບການແກ້ໄຂ; ການຊຸກຍູ້ການກໍ່ສ້າງບ້ານຈັດສັນ 4 ບ້ານໃຫ້ສໍາເລັດພາຍໃນທ້າຍເດືອນຕຸລາ 2021; ການຈັດຕັ້ງປະຕິບັດ 5 ໜ້າວຽກສິ່ງອໍານວຍຄວາມສະດວກເຊື່ອມຕໍ່ເຂົ້າສະຖານີລົດໄຟ ລາວ-ຈີນ ເຊັ່ນ: ການສະໜອງໄຟຟ້າ, ນໍ້າປະປາ ໃຫ້ສະຖານີລົດໄຟພາຍໃນທ້າຍເດືອນກັນຍາ 2021, ການກໍ່ສ້າງເສັ້ນທາງເຂົ້າສະຖານີ ແລະ ການສະໜອງສິ່ງອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ຢູ່ດ່ານ ໃຫ້ສໍາເລັດໃນກາງເດືອນພະຈິກ 2021 ແລະ ບັນຫາອື່ນໆກ່ອນການເປີດນໍາໃຊ້ຢ່າງເປັນທາງການ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250