ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ສັກວັກຊິນກັນພະຍາດໂຄວິດ-19

2021-04-26 - Administrator



ໃນວັນທີ 23 ເມສາ 2021 ທີ່ກະຊວງ ຍທຂ ໄດ້ຈັດຂະບວນການສັກວັກຊິນ ກັນພະຍາດໂຄວິດ-19 ຂຶ້ນ, ຊຶ່ງນໍາໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ, ມີຄະນະນຳກະຊວງ, ພະນັກງານບໍານານ, ຫ້ອງການ, ກົມ, ກອງ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ ຮັບວັກຊິນທັງໝົດປະມານ 600 ກວ່າຄົນ.



ໃນການສັກວັກຊິນຄັ້ງນີ້ແມ່ນນໍາໃຊ້ ວັກຊິນ ຊີໂນຟານ (Sinopharm), ໃນການຊັກວັກຊິນດັ່ງກ່າວ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງເປັນການຊັກຄັ້ງທໍາອິດເຂັມທີ 1, ໃຫ້ແກ່ພະນັກງານພາຍໃນກະຊວງ, ສ່ວນຄັ້ງທີ່ 2 ແມ່ນໄລຍະຫ່າງຈາກເຂັມທໍາອິດ ເປັນເວລາ 21 ວັນ ຫຼື ລ້າສຸດບໍ່ໃຫ້ກາຍ 1 ເດືອນ, ຊຶ່ງຄັ້ງຕໍ່ໄປຈະເປັນວັນທີ 20 ພືດສະພາ 2021.



ການສັກວັກຊິນດັ່ງກ່າວເພື່ອຊ່ວຍກະຕຸ້ນພູມຕ້ານທານ, ຫຼີກເວັ້ນຄວາມສ່ຽງໃນການຕິດພະຍາດໃຫ້ໜ້ອຍລົງ, ແຕ່ບໍ່ໄດ້ໝາຍຄວາມວ່າຜູ້ໃດທີ່ຮັບວັກຊິນແລ້ວ ຈະບໍ່ຕິດພະຍາດໂຄວິດ-19, ການຮັບວັກຊິນເປັນການຊ່ວຍໃຫ້ພູມຄຸ້ມກັນໃຫ້ແຂງແຮງຂຶ້ນ, ເຖິງແນວໃດກໍ່ຕາມຂໍໃຫ້ທຸກຄົນມີສະຕິລະວັງຕົນ, ປ້ອງກັນຕົນເອງໃຫ້ດີທີ່ສຸດ, ປະຕິບັດຕາມຄໍາແນະນໍາຂອງໜ່ວຍສະເພາະກິດແຈ້ງ ຢ່າງເຂັ່ງຂັດທີ່ສຸດ.







ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250