Activity News

ແຂ່ງຂັນກິລາບານເຕະ ມິດຕະພາບ ລະຫວ່າງ ຊາວໜຸມຫ້ອງການ ຍທຂ ກັບ ຊາວໜຸມກະຊວງ ຍຸຕິທຳ

2014-01-28 - Administrator









          ເພື່ອ​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ກຳມະ​ບານ​ລາວ ວັນ​ທີ 1 ກຸມພາ 2014 ທີ່​ຈະ​ມາ​ເຖີງນີ້ ​ແລະ ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ຮັກ​ແພງ​ລະ​ຫວ່າງສອງກະຊວງ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ລະ​ຫວ່າງ ກົມ​ກວດກາ ກະຊວງ​ຍຸຕິ​ທຳ ກັບ ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຫ້ອງການ ກະຊວງ ຍທຂ, ​ໃນ​ຕອນ​ແລງ​ວັນ​ທີ 24.01.2014 ທີ​ເດີນ​ບານ ສັບພະ​ວິຊາ  ​ເວລາ 16:00 ​ໂມງ, ​ໄດ້​ຈັດການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ​ຂື້ນ ​ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ມີ ທ່ານຫົວໜ້າ ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ ຍຸຕິ​ທຳ, ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ວິຊາ​ການ ທັງ​ສອງກະຊວງ​ເຂົ້າ​ຮ່ວມ, ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້​ບັນຍາກາດມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ຂອງ​ພະນັກງານ​ທັງ​ສອງ​ກະຊວງ


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250