Activity News

ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ

2015-09-25 - Administrator







  ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເລີ້ມຕົ້ນໃນຕອນບ່າຍວັນທີ 14 ສິງຫາ 2015 ເປັນຕົ້ນມາ ຊຶ່ງກ້ອນກຳລັງສວນສະໜາມຂອງ ຍທຂ ມີຈຳນວນ ທັງໝົດ 445 ຄົນ ໄດ້ພ້ອມກັນຝຶກສ້ອມໃນທຸກວັນສຸກ ຕອນບ່າຍ ແລະ ວັນເສົາ ຕອນເຊົ້າ ແຕ່ວັນທີ 14 ສິງຫາ ມາຮອດວັນທີ 25 ກັນຍາ 2015 ໂດຍເຫັນວ່າກ້ອນກຳລັງສວນສະໜາມມີຄວາມພ້ອມພຽງກັນດີ, ເປັນເອກະພາບກັນ ແລະ ພ້ອມພາກັນມາຝຶກຊ້ອມເປັນປົກກະຕິຕາມວັນເວລາທີຫົວໜ້າກ້ອນສວນສະໜາມກະຊວງກຳນົດໃຫ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250