ຂ່າວພາຍໃນກະຊວງ

ສສຊ ເຂດ I ນະຄອນຫລວງວຽງຈັນ ພົບປະ ກະຊວງ ຍທຂ

2012-09-18 - Administrator

ໃນ​ວັນ​ທີ່ 14 ກັນຍາ 2012 ຢູ່​ທີ່​ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ຄະນະ​ສະມາຊິກ​ສະພາ​​​ແຫ່ງ​ຊາດ​ຊຸດ​ທີ VII ປະຈຳ​​ເຂດ​ເລືອກ​ຕັ້ງ​ທີ 1 ນະຄອນຫລວງ​ວຽງ​ຈັນ ​ໄດ້​ລົງ​ພົບ​ປະ​ໂອ້​ລົມ​ກັບ​ພະນັກງານ ກະຊວງ ຍທຂ, ​ໂດຍ​ແມ່ນ​ທ່ານ ດຣ. ກິ​ແກ້​ວ ​ໄຂ​ຄຳ​ພິທູນ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ ພ້ອມ​ດ້ວຍ​ສະມາຊິ​ກສະພາ​​​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກຕັ້ງ​ທີ 1 ນະຄອນຫລວງວຽງ​ຈັນ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​, ທ່ານ ບຸນ​ຈັນ ສີນ​ທະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ທັງ​​ເປັນ ສສຊ ​ເຂດ​ເລືອກ​ຕັ້ງ​ທີ 13 ​ແຂວງ​ສະຫວັນ​ນະ​ເຂດ. ພ້ອມ​ດ້ວຍ​ພະນັກງານ​ຫລັກ​ແຫ່ລງຂອງ​ກະຊວງ ຍທຂ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ ຈຳນວນ 150 ທ່ານ.

     ​ໃນ​ການ​ພົບ​ປະ​ໂອ້​ລົມ​ພະນັກງານຂອງ ສສຊ ​ເຂດ​ເລືອກ​ຕັ້ງ​ທີ 1 ​ໄດ້​ເຜີຍ​ແຜ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຄຳ​ສັ່ງ​ແນະນຳສະ​ບັບ​ເລກທີ 02, 03 ຂອງ​ເຈົ້າ​ຄອງ​ນະ​ຄອນ​ຫລວງ​ວຽງ​ຈັນ ​ເພື່ອ​ປຸກລະດົມ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນກອງ​ປະຊຸມ​ຄູ່​ຮ່ວມລັດຖະສະພາ​ອາຊີ-​ເອີ​ລົບ (ASEP 7), ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີ​ລົບ (ASEM 9) ​ແລະ​ງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນ ຄັ້ງ​ທີ 16 ທີ່​ລາວ​ເຮົາ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ໃນ​ທ້າຍ​ປີ 2012.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250