ຂ່າວພາຍໃນກະຊວງ

ກອງປະຊຸມສາມັນຄົບຄະນະພັກກະຊວງ ຍທຂ ຄັ້ງທີ 3 ສະໄໝທີ III

2012-07-30 - Administrator

ໃນ​ວັນ​ທີ 25–26 ກໍ​ລະ​ກົດ2012 ຢູ່​ທີ່​ຫ້ອງ​ປະຊຸມ​ເບີ 1 ກະຊວງຍທຂ, ​ໄດ້​ຈັດກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ພັກ​ກະຊວງ ຍທຂ ຄັ້ງ​ທີ 3 ສະ​ໄໝ​ທີ III ​ເປີດ​ກ້ວາງ, ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ ສົມ​ມາດ ພົລ​ເສນາ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນ​ຕີວ່າການ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ​ ຜູ້ຕາງໜ້າຫ້ອງ​ວ່າກາ​ນສູນ ກາງ​ພັກ, ຜູ້ຕາງໜ້າ​ຄະນະ​ກວດກສູນ​ກາ​ງພັກ ​ແລະ​ຄະນະ​ພັກ​ກະຊວງ, ​ເລຂາ, ຮອງ​ເລຂາ, ກຳມະການ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ຮາກ​ຖານ, ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ​ທີ່​ຂື້ນ​ກັບ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ກົມ, ຮອງ​ກົມ ຫຼື​ທຽບ​ເທົ່າຂອງ​ບັນດາ​ກົມ,​ ຫ້ອງການ, ອົງການ, ສະ​ຖາ​ບັນ, ສະພາ​ວິ​ທະຍາ​ສາດ ​ແລະ​ເຕັກ​ໂນ​ໂລ​ຊີ, ຫົວໜ້າ, ຮອງ​ຫົວໜ້າ​ກອງ​ວິຊາ​ການ, ສູນ​ຝຶກ, ຫ້ອງການ​ດັດສົມ​ນ້ຳ​ປະປາ,​ຜູ້ອຳນວຍການ ພ້ອມ​ຄະນະ​ອຳນ​ວຍການລັດ​ວິ​ສາ​ຫະກິດ​ອ້ອມ​ຂ້າງ​ກະຊວງ, ປະທານ, ຮອງ​ປະທານ ຫຼື​ເລຂາ, ຮອງ​ເລຂາ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ກະຊວງ ​ເຂົ້າ​ຮ່ວມ​ທັງ​ໝົດ 102 ສະຫາຍ.


​ໃນ​ທາມ​ກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນລາວ​ບັນດາ​ເຜົ່າ​ ພວມ​ສຸ່ມ​ໃສ່​ຈັກ​ຕັ້ງ​ຜັນ​ຂະຫບາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ, ສ້າງ​ຜົນງານ​ຂ່ຳນັບ​ຮັບ​ຕ້ອນວັນ​ສຳຄັນ​ຂອງ​ພັກ, ຂອງຊາດຢ່າງ​ເປັນ​ຂະ​ບວນຟົດ​ຟີ້ນ ​ເປັນ​ຕົ້ນ ວັນ​ຄ້າຍ​ວັນ​ເກີດ​ຂອງ ປະທານ ສຸພາ​ນຸວົງ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ຄົບຮອບ 103 ປີ, ວັນ​ຢຶດອຳນາດ 23 ສີ​ງຫາ, ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ​ການ​ຮ່ວມ​ມື ລາວ-ຫວຽດນາມ, ​ໂດຍ​ສະ​ເພາະ​ໃນ​ທົ່ວ​ອົງຄະ​ນະ​ພັກ​ກະຊວງ ພວມສຸ່ມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ສຸດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ເພາະວ່າ​ຄະນະ​ພັກຂອງ​ພວກ​ເຮົາ ຈະ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ຄືນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ ​ໃນ 6 ​ເດືອນ​ຜ່ານ​ມາ ​ແລະ​ວາງ​ທິດ​ທາງ​ແຜນການ​ສຶບຕໍ່ສຳລັບ ທ້າຍ​ສົກປີ 2012 ນີ້ ພ້ອມ​​ທັງພິຈາລະນາບັນຫາ​ສຳ​ຄັນ​ຕ່າງໆ ​ເພື່ອ​ສຶບຕໍ່​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ 4 ບຸກທະລຸ​ ກໍ​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະນະ​ພັກ​ກະຊວງ ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ຊີວິດ​ຕົວ​ຈີ​ງ ຂອງ​ຂະ​​ແໜງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ​ໃຫ້​ປະກົດ​ຜົນ​ເປັນ​ຈີ​ງ ​ແລະ​ສຶບຕໍ່​ນຳພາ​ກະຊວງ​ຂອງ​ພວກ​ເຮົາ ສຸ່ມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດ 5 ປີ ​ເທື່ອ​ທີ VII ພ້ອມ​ກັນ​ສູ້​ຊົນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ວຍ​ພັດທະນາ​ໃນ​ປີ 2020.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250