ຂ່າວພາຍໃນກະຊວງ

ພິທີເປີດຂົວມິດຕະພາບ 3 ຄຳມ່ວນ

2011-12-13 - Administrator

ຢູ່ທີ່ແຂວງຄຳມ່ວນ ໃນວັນທີ 11 ພະຈິກ 2011 (11/11/2011) ເວລາ 11 ໂມງ 11 ນາທີ ເປັນ ວັນເວລາທີ່ເປັນສີລິມຸ່ງຄຸນ ສຳລັບປະຊາຊົນສອງຊາດ ລາວ-ໄທ. ໄດ້ຈັດພິທີເປີດການນຳໃຊ້ ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 3 ຂື້ນລະຫວ່າງແຂວງ ຄຳມ່ວນ ແລະນະຄອນພະນົນຢ່າງເປັນທາງການ. ໃນພິທີດັ່ງກ່າວ, ມີພະນະທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະສົມ ເດັດພະເທບຣັດຣາຊະສຸດາ ສະຫຍາມ ບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ເປັນປະທານຮ່ວມເປິດພິທີງານສຳຄັນດັ່ງກ່າວ. ນອກນັ້ນ, ນາຍົກລັດຖະມົນຕີຂອງທັງສອງປະເທດ, ບັນດາລັດຖະມົນຕີ, ເຈົ້າແຂວງໃກ້ຄຽງຂອງລາວ, ຫວຽດນາມ ແລະ ຜູ້ວ່າຣາຊະການຈັງຫວັດຂອງໄທ, ການນຳຂັ້ນສູງຂອງສອງປະເທດເຂົ້າຮ່ວມຢ່າງພ້ອມພຽງ. ພິທີເປີດໄດ້ຈັດຂື້ນໃນບໍລິເວນກາງຂົວ ໂດຍການກ່າວເປີດຂອງສອງນາຍົກລັດຖະມົນຕີໄທ ແລະ ລາວ ຕາມລຳດັບ ແລະ ກົດປຸ່ມເປີດຂົວຂອງ ພະນະທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແລະ ສົມເດັດພະເທບຣັດຣາຊະສຸດາ ສະຫຍາມ ບໍຣົມຣາຊະກຸມາຣີ ຫຼັງຈາກນັ້ນ, ກໍໄດ້ມີການສູດໄຊຍະຍັນໂຕຂອງພຣະສົງ 11 ອົງ ເພື່ອເປັນສີລິມຸ່ງຄຸນແກ່ພິທີ. ຂົວມິດຕະພາບ 3 ນີ້ເປັນສັນຍາ ລັກແຫ່ງ ໄມຕີຈິດມິດຕະພາບ ແລະຄວາມເປັນປະເທດເພື່ອນບ້ານໃກ້ຄຽງທີ່ດີ ແລະ ເປັນຍາດສະໜິດຕິດແໜ້ນ ກັນ, ເຊື່ງຈະອຳ ນວຍຄວາມ ສະດວກໃຫ້ແກ່ການໄປ-ມາຫາສູ່ລະຫວ່າງສອງປະເທດ, ທັງເປັນການສອດຄ່ອງກັບທ່າອ່ຽງແຫ່ງການຂະຫຍາຍຕົວຂອງການຮ່ວມມື ເພື່ອການ ພັດທະນາໃນພາກພຶ້ນ ໂດຍສະ ເພາະການເຊື່ອມໂຍງແລວເສດຖະກິດຕາເວນອອກ-ຕາເສນຕົກ, ກໍຄືການອຳນວຍຄວາມສະດວກໃຫ້ ແກ່ຄົມມະນາ ຄົມຂົນສົ່ງ ແລະພ້ອມທັງເປັນການສ້າງຄວາມເຊື່ອມຈອດໃນອາຊຽນກດ້ວຍກັນ. ຂົວແຫ່ງ ນີ້ ເບື້ອງລາວແມ່ນຢູ່ບ້ານ ເວີນໃຕ້, ເມືອງທ່າແຂກ, ແຂວງ ຄຳມ່ວນ, ສ່ວນເບື້ອງໄທແມ່ນຕັ້ງຢູ່ບ້ານ ຫ້ອມ, ຕຳບົນອາດສາມາດ, ອຳເພີເມືອງ, ຈັງຫວັດນະຄອນພະນົມ ມີຄວາມຍາວ 1.423 ກມ ແລະ ກວ້າງ 13 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ ນັບທັງອາຄານດ່ານຊາຍແດນສອງປະເທດ ແລະ ຂົວ-ເສັ້ນທາງປະມານ 1.723 ລ້ານບາດ ສະກຸນເງິນໄທ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250