ຂ່າວຕ່າງແຂວງ

ຄວາມຄືບໜ້າຂອງໂຄງການປັບປຸງ, ຍົກລະດັບສະໜາມບິນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

2019-02-14 - Administrator

ແຂວງບໍ່ແກ້ວ ແມ່ນທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງປະເທດລາວ, ຊຶ່ງເປັນແຂວງໜຶ່ງທີ່ມີຊື່ສຽງທາງດ້ານອັນຍະ ມະນີ, ເປັນແຂວງທີ່ມີການພັດທະນາເສດຖະກິດສູງພໍສົມຄວນ ແລະ ເປັນແຂວງທີ່ຕິດກັບສາມຫຼ່ຽມຄໍາ, ຍ້ອນເຫັນ ໄດ້ເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ຈຶ່ງໄດ້ມີການປັບປຸງ, ຍົກລະດັບສະໜາມບິນເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວຂຶ້ນ, ການຍົກລະດັບສະໜາມບິນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແມ່ນກໍ່ສ້າງໃຫ້ໄດ້ຕາມ ມາດຖານຂອງກົມການບິນພົນລະເຮືອນ (MOS 2009) ແລະມາດຖານສາກົນ (ICAO) ປັບປຸງສະໜາມບິນໃຫ້ມີ ຄວາມປອດໄພ, ໄດ້ຂະໜາດ 3C (Aerodrome Code 3C), ຊຶ່ງສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນ ນັ່ງເຊັ່ນ: ເຮືອບິນ ATR 72, MA-60 ຫຼື ທຽບເທົ່າ.

ສໍາລັບໜ້າວຽກທີ່ປັບປຸງ ແລະກໍ່ສ້າງມີ 4 ໜ້າວຽກໃຫຍ່ຄື: ວຽກກໍ່ສ້າງຂະຫຍາຍເສັ້ນທາງຂື້ນ-ລົງ (Runway) ຂອງ ເຮືອບິນໃຫ້ມີຄວາມຍາວ ແລະກວ້າງອອກຕື່ມຈາກ 19 ແມັດໃນເບື້ອງຕົ້ນອອກມາເປັນ 36 ແມັດ, ວຽກການກໍ່ສ້າງ ປັບປຸງລານຈອດເຮືອບິນ (Parking), ກໍ່ສ້າງສະຖານທີ່ຈອດລົດ (Car parking) ຂອງຜູ້ໂດຍສານ, ວຽກການກໍ່ສ້າງ ຮົ້ວຖາວອນອ້ອມຮອບສະໜາມບິນ, ວຽກສ້ອມແປງອາຄານຜູ້ໂດຍສານ ແລະວຽກອື່ນໆ ລວມທັງການກໍ່ສ້າງລະບົບ ປ້ອງກັນຕ້ານເຈື່ອນອີກຈໍານວນໜຶ່ງ.

ສໍາລັບຄວາມຄືບໜ້າວຽກງານຂອງໂຄງການກໍ່ສ້າງ, ວຽກກໍ່ສ້າງສະໜາມບິນ, ໃນການຈັດຫາທົ່ວໄປ, ປະຕິບັດໄດ້ 38,07%, ສໍາລັບການຕິດຕັ້ງອຸປະກອນຫ້ອງທົດລອງຢູ່ພາກສະໜາມຊົ່ວຄາວ 70%, ວຽກອະນາໄມດຸດລອກ ປະຕິ ບັດໄດ້ 180,00 m2 = 83,94%, ວຽກດິນຕັດ 171,807.23 m3 = 34,16%, ວຽກການກໍ່ສ້າງຖົມດິນ 148,582.35 m3 = 36.31%, ວຽກຍົກຍ້າຍວັດສະດຸບໍ່ເໝາະສົມ 18,532 m3 = 36.85%, ວຽກຮື້ຖອນ ໂຄງສ້າງເກົ່າ (ອາຄານເກົ່າ) 100% ແລະວຽກກໍ່ສ້າງຮົ້ວ 300 ມ= 6.99%, ວຽກເກັບກູ້ລູກລະເບີດທີມງານ ຂອງບໍລິສັດ ແສງເພັດເກັບກູ້ລະເບີດ, ໄດ້ລົງມືກວດກາເກັບກູ້ລະເບີດ ເລີ່ມແຕ່ວັນທີ 5 ພະຈິກ 2018 ເຖິງ ວັນທີ 26 ພະຈິກ 2018 ເປັນເວລາ 22 ວັນ, ໃນເນື້ອທີ່ໆໄດ້ກວດກາຕາມແບບ 17.54 ເຮັກຕາ, ເນື້ອທີ່ຕາມທີມງານເກັບ ກູ້ລະເບີດທີ່ໄດ້ກວດກາຕົວຈິງ 8.134 ເຮັກຕາ, ສໍາລັບວຽກເກັບກູ້ລະເບີດທີ່ປະຕິບັດໄດ້ທັງໝົດ, ກວດກາ ແລະ ເກັບກູ້ໄດ້ 169 ລູກ/ຊິ້ນສ່ວນ/ແມັກກາຊິນ, ສາມາດແຕກໄດ້ 154 ລູກ/ຊິ້ນສ່ວນ/ແມັກກາຊິນ, ໃຊ້ບໍ່ໄດ້ 7 ລູກ/ຊິ້ນ ສ່ວນ, ແມັກກາຊິນ, ສໍາລັບວຽກໄກເກ່ຍສິ່ງກີດຂວາງທີ່ຖືກຜົນກະທົບຈາກໂຄງການ, ສໍາເລັດການເກັບກໍາຂໍ້ມູນ ຈໍານວນຄອບຄົວ ທີ່ຖືກຜົນກະທົບ ລວມທັງທີ່ດິນ, ເຮືອນ ແລະເຄື່ອງປູກອື່ນໆສໍາເລັດ (ຍັງຂັ້ນຕອນຈ່າຍຄ່າ ທົດແທນ), ຈໍານວນບ້ານທີ່ຖືກຜົນກະທົບມີ 2 ບ້ານຄື: ບ້ານປ່າອ້ອຍ ແລະບ້ານອຸດົມ, ຈໍານວນເຮືອນທີ່ຖືກຜົນ ກະທົບມີ 51 ຄົວເຮືອນຄື: ເຂດບ້ານປ່າອ້ອຍມີ 34 ຄົວເຮືອນ, ເຂດບ້ານອຸດົມມີ 17 ຄົວເຮືອນ, ສິ່ງປຸກສ້າງມີ 10 ຫຼັງ, ດິນປຸກສ້າງມີ 43 ຕອນ, ເນື້ອທີ 35,793.66 ຕາແມັດ, ດິນກະສິກໍາມີ 7 ຕອນ, ເນື້ອທີທັງມົດ 43,120 ຕາແມັດ, ຕົ້ນໄມ້ກິນໝາກ 39 ຕົ້ນ, ຕົ້ນໄມ້ອຸດສາຫະກໍາ 2,312 ຕົ້ນ, ຊຸມໄມ້ປ່ອງ 17 ຊຸມ, ຊຸມກ້ວຍ ແລະຕົ້ນໄມ້ອື່ນໆ 81 ຊຸມ.

ພາຍຫຼັງໂຄງການປັບປຸງ, ຍົກລະດັບສະໜາມບິນເມືອງຫ້ວຍ ແຂວງບໍ່ແກ້ວ ສໍາເລັດ ກໍ່ເປັນອີກໃບໜ້າໃໝ່ຂອງຊາວ ແຂວງບໍ່ແກ້ວ ແລະ ຊ່ວຍໃຫ້ການຂົນສົ່ງທາງອາກາດ, ສະດວກ, ວອງໄວຂື້ນຕື່ມ.




ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250