ຂ່າວພາຍໃນກະຊວງ

ກອງປະຊຸມເປີດກວ້າງທາບທາມຄວາມຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ໃບຂັບຂີ່ຍານພາຫະນະທາງບົກ ແລະການຄຸ້ມຄອງໂຮງຮຽນສອນຂັບລົດ

2021-02-25 - Viengkhone



ກອງປະຊຸມ ເປີດກວ້າງທາບທາມຄວາມຄິດເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ໃບຂັບຂີ່ຍານພາຫະ ນະທາງບົກ ແລະ ການຄຸ້ມຄອງໂຮງຮຽນສອນຂັບລົດ, ໄດ້ຈັດຂຶ້ນໃນວັນທີ 24-25 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ມີຫ້ອງການ, ກົມທີ່ກ່ຽວຂ້ອງ, ພະແນກ ຍທຂ ທົ່ວປະເທດ, ໂຮງຮຽນສອນຂັບລົດໃນທົ່ວປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.




ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບຄຸ້ມຄອງ ໂຮງຮຽນສອນຂັບລົດ, ເພື່ອເຮັດໃຫ້ໂຮງຮຽນສອນຂັບລົດໄດ້ມາດຕະຖານ ທັງຮັບປະກັນໃຫ້ແກ່ການ ຮຽນ-ການສອນ, ການຝຶກອົບຮົມ ປະຕິບັດຖືກຕ້ອງຕາມຫຼັກສູດ ຂອງກະຊວງ ຍທຂ  ທີ່ກໍານົດໄວ້, ແນ່ໃສ່ເຮັດໃຫ້ຜູ້ຂັບຂີ່ມີຄວາມຮູ້, ຄວາມສາ ມາດອັນແນ່ນອນໃນການຂັບຂີ່ຍານພາຫະນະ, ມີຄວາມຮູ້ພື້ນຖານທາງດ້ານເຕັກນິກກ່ຽວກັບການຂັບຂີ່ຍານພາຫະນະທາງບົກ, ຄວາມຮູ້ກ່ຽວກັບກົດຈາລະຈອນທາງບົກຢ່າງເລີກເຊິ່ງ ແລະ ມີມາລະຍາດທີ່ດີຂອງການຂັບຂີ່, ປະກອບສ່ວນເຂົ້າໃນການນໍາໃຊ້ທາງຫຼວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພສູງ, ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມທັງມົດໄດ້ສຸມສະຕິປັນຍາ ຄົ້ນຄວ້າ ແລະ ໄດ້ມີການປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງໃບຂັບຂີ່ຍານພາຫະນະທາງບົກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄຸນະພາບ, ທັນສະໄໝ ແລະ ໄດ້ມາດຕະຖານສາກົນ, ແນ່ໃສ່ຮັບປະກັນ ປະສິດທິພາບຂອງຜູ້ຂັບຂີ່, ຫຼຸດຜ່ອນ ການເກີດອຸບັດຕິເຫດ ແລະ ການຈາລະຈອນແອອັດ, ມີລະບົບການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.




ກອງປະຊຸມໄດ້ດຳເນີນເປັນເວລາ 1 ມື້ເຄິ່ງ, ຕໍ່ຄວາມເອົາໃຈໃສ່, ຄວາມຕັດສິນໃຈເສຍລະເວລາອັນມີຄ່າຂອງຜູ້ເຂົ້າຮ່ວມກອງປະຊຸມ ນັບແຕ່ຕົ້ນຈົນຈົບ, ການເຂົ້າຮ່ວມຂອງທຸກທ່ານລ້ວນແຕ່ແມ່ນຄວາມເປັນຫ່ວງເປັນໄຍ ຕໍ່ວຽກງານຄຸ້ມຄອງລັດ, ຄຸ້ມຄອງມະຫາພາກ, ໂດຍສະເພາະແມ່ນວຽກງານການຄຸ້ມຄອງການຂັບຂີ່ຍານພາຫະນະທາງບົກ ຊຶ່ງເປັນອີກວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນການບໍລິການຂົນສົ່ງທາງບົກໃຫ້ມີຄວາມສະດວກ, ປອດໄພ ແລະ ເຊື່ອມໂຍງກັບສາກົນ, ອີກຢ່າງໜຶ່ງກໍເພື່ອເຮັດໃຫ້ວຽກງານ ການຄຸ້ມຄອງໂຮງຮຽນສອບຂັບລົດ ໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ ແລະ ເປັນເງື່ອນໄຂອັນໜຶ່ງ ໃນການການສ້າງນັກຂັບຂີ່ຂອງລາວໃຫ້ມີຄຸນນະພາບ ແລະ ປະສິດຕິຜົນສູງ.

 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250