ຂ່າວພາຍໃນກະຊວງ

ຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ຮ່ວມໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄັ້ງວັນທີ 18 ທັນວາ 2019

2019-12-20 - Administrator


ຄະນະ​ບໍລິຫານ​ງານຊາວ​ຫນຸ່​ມ ກະຊວງ ຍທຂ ຈັດ​ກິດຈະກຳ​ຮ່ວມໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ​ແລະ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງຄະນະ​ບໍລິຫານ​ງານຊາວ​ຫນຸ່​ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະ​ເຫຼີ​ມສະຫຼອງ​ວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ກິດຈະກຳ​ຄັ້ງ​ນີ້ ​ໄດ້​ຈັດຂຶ້ນ ​ເມື່ອ​ວັນ​ທີ 18 ທັນວາ 2019 ຜ່ານ​ມາ ທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ. ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ປະທານ​ອົງການ​ກາ​ແດງ​ລາວ; ​ທ່ານ ລັນ ​ແສງອາພອນ ຄະນະ​ປະ​ຈຳ​ພັກກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ທ່ານ ລິດ​ຕາ ຂັດ​ທິຍະ ກຳມະການ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານຊາວ​ຫນຸ່ມກະຊວງ ຍທຂ; ມີ​ບັນດາຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ​ກະຊວງ ພ້ອມດ້ວຍ​ບັນດາສະມາຊິກ​ຊາວ​ຫນຸ່ມ 23 ຮາກ​ຖານ ອ້ອມ​ຂ້າງ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ເຂົ້າຮ່ວມ.







ເພື່ອ​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ຊາວ​ຫນຸ່ມ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຄັ້ງ​ທີ XI ທີ່​ຈະ​ເປີດ​ຂື້ນ​ໃນ​ໄວໆ​ນີ້; ​ເພື່ອ​ໃຫ້​ສະມາຊິກ​ຊາວ​ຫນຸ່ມ​ພວກ​ເຮົາ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈຄວາມ​ສຳ​ຄັນ​ຂອງ​ການ​ບໍລິຈາກ​ເລືອດ, ພ້ອມ​ທັງ​ເປັນ​ການ​ຊ່ວຍ​ເຫ​ລືອສັງຄົມ ທີ່ມີ​ຄວາມ​ຕ້ອງການ​ເລືອດ​ເປັນ​ຈຳນວນ​ຫລວງຫລາຍ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ຄົນ​ເຈັບ ທີ່​ນອນ​ຮັກສາ​ຕົວ​ຢູ່ໂຮງ​ຫນໍ​ຕ່າງໆ​ໃນ​ປັດ​ຈຸ​ບັນ; ພ້ອມ​ກັນ​ນີ້, ກໍ່​ໄດ້​ມີ​ພິທີ​ມອບ​ຫຫລຽນ​ໄຊ​ແຮງ​ງານຊັ້ນ3​ ໃຫ້​ແກ່​ສະມາຊິກ​ຊາວ​ຫນຸ່ມ​ຜູ້​ທີ່​ມີ​ນ້ຳ​ໃຈ​ເສຍສະຫລະປະກອບສ່ວນ​ບໍລິຈາກ​ເລືອດ​ຊ່ວຍ​ເຫລືອ​ສັງຄົມ​ທີ່​ພົ້ນ​ເດັ່ນ 1 ສະຫາຍ ​ແລະ ຫລັງຈາກ​ນັ້ນ ສະມາຊິກ​ຊາວ​ຫນຸ່ມພວກ​ເຮົາ​ກໍ່​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ບໍລິຈາກ​ເລືອດ​ໃນ​ຄັ້ງ​ນີ້.















ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250