ຂ່າວພາຍໃນກະຊວງ

ກະຊວງ ຍທຂ ເຊື່ອມຊຶມມະຕິ 10 ສະໄໝທີ X ຂອງພັກ

2020-09-07 - Administrator


   ກະຊວງ​ ໂຍທາທິການ ແລະ ຂົນສົ່ງ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ   ສະໄໝ​ທີ X  ແລະ ມອບໃບຢັ້ງຢືນ ໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃນ​ວັນ​ທີ 3 ກັນຍາ 2020, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ປອ ບຸນຈັນ ສິນທະວົງ ກໍາ​ມະ​ການ​​ສູນ​ກາງ​ພັກ, ລັດຖະມົນຕີ ກະຊວງ​ ຍທຂ; ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ກຳມະການພັກກະຊວງ, ບັນດາສະຫາຍ ເລຂາ, ຮອງເລຂາ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຂັ້ນຫົວໜ້າພະແນກ ແລະ ຮອງພະແນກ ເຂົ້າຮ່ວມ.



    ຈຸດປະສົງກອງ​ປະຊຸມ​ຄັ້ງ​ນີ້, ເພື່ອ​ໃຫ້​ຄະ​ນະ​ນໍາ, ສະມາຊິກ​ພັກ, ພະນັກ​ງານ​-​ລັດຖະກອນ​ມີ​ຄວາມ​ຮັບ​ຮູ້​-​ເຂົ້າໃຈ, ກຳ​ແໜ້ນ,  ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ຕໍ່​ບັນ​ດາ​ເນື້ືອ​ໃນ​ສໍາ​ຄັນ​ຂອງ​ມະຕິ​ຕ່າງໆ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ໃນ​ແຕ່​ລະ​ໄລຍະ ເພື່ອ​ຫັນ​ມະຕິ​ດັ່ງກ່າວ​ເປັນ​ທິດ​ທາງ, ວຽກ​ງານ ແລະ ເປັນ​ແຜນ ​ປະຕິບັດ​ງານ​ລະອຽດ​ຂອງ​ຄະນະ​ພັກກະຊວງ, ບັນດາຄະນະພັກຮາກຖານ ແລະ ​ໜ່ວຍ​ພັກຮາກຖານ, ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ ແລະ ຄວາມ​ສາມາດ​ໃນ​ການ​ນໍາ​ຂອງ​ວຽກ​ງານ​ຂອງ​ຕົນ.


    ໃຫ້​ກຽດ​ເຜີຍແຜ່ມະຕິກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ໂດຍສະຫາຍ ປອ ບຸນຈັນ ສິນທະວົງ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ລັດຖະມົນຕີ ກະຊວງ​ ຍທຂ; ໄດ້​ຍົກ​ໃຫ້​ເຫັນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ສູນ​ກາງ​ພັກ ຄັ້ງ​ທີ 7, 8, 9 ສະໄໝ X ຕິດ​ພັນ​ກັບ​ຄວາມ​ຄືບ​ໜ້າການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ງົບປະມານ, ເງິນຕາ ປະ​ຈໍາ​ໄຕ​ມາດ 1 ປີ 2020 ແລະ ທິດ​ທາງຕໍ່ໜ້າ; ຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາ​ເສດ​ຖະ​ກິດ​-​ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ການປັບປຸງກົດລະບຽບຂອງພັກ ສະໄໝທີ X ແລະ ທິດປັບປຸງກົງຈັກລັດທະບານ; ຊຶ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ໄດ້​ຕີ​ລາຄາ​ສູງ​ຕໍ່​ກັບ​ການ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ ມະຕິ​ດັ່ງກ່າວ ຜ່ານ​ມາ​ພັກ ແລະ ລັດຖະບານ, ອົງການ​ປົກຄອງ​ແຕ່​ລະ​ຂັ້ນ ໄດ້​ເພີ່ມ​ທະວີ​ການ​ຊີ້​ນໍາ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ມະຫາ​ພາກ ກໍ​ຄື​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ແຜນ​ງົບ​ປະ​ມານ​-​ເງິນຕາ ແນໃສ່ສ້າງ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ ແລະ ເປັນ​ລະບົບໃຫ້​ແກ່​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ.



    ໃນ​ຕອນ​ທ້າຍຂອງກອງປະຊຸມຄັ້ງນີ້ໄດ້ມີພິທີ ມອບໃບຢັ້ງຢືນຮັບຮອງເປັນ ໜ່ວຍພັກ ປອດໄສ, ເຂັ້ມແຂງ,     ໜັກແໜ້ນ ປີ 2019 ໃຫ້ບັນດາຮາກຖານພັກ, ໜ່ວຍພັກ, ໜ່ວຍພັກທີຂື້ນກັບຄະນະພັກຮາກຖານ ມີ 10 ຮາກຖານ ທີຍາດໄດ້ຜົນງານໃນການຈັດຕັ້ງຜັນຂະຫຍາຍ, ການນຳພາຊີ້ນຳ, ລະບອບແບບແຜນວິທີເຮັດວຽກ ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ ແລະ ຄວາມ​ສາມາດ​ໃນ​ການ​ນໍາ​ຂອງ​ວຽກ​ງານ​ຂອງ​ຕົນ. 


    ໃນ​ຕອນ​ທ້າຍຂອງກອງປະຊຸມຄັ້ງນີ້ໄດ້ມີພິທີ ມອບໃບຢັ້ງຢືນຮັບຮອງເປັນ ໜ່ວຍພັກ ປອດໄສ, ເຂັ້ມແຂງ,     ໜັກແໜ້ນ ປີ 2019 ໃຫ້ບັນດາຮາກຖານພັກ, ໜ່ວຍພັກ, ໜ່ວຍພັກທີຂື້ນກັບຄະນະພັກຮາກຖານ ມີ 10 ຮາກຖານ ທີຍາດໄດ້ຜົນງານໃນການຈັດຕັ້ງຜັນຂະຫຍາຍ, ການນຳພາຊີ້ນຳ, ລະບອບແບບແຜນວິທີເຮັດວຽກ ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ ແລະ ຄວາມ​ສາມາດ​ໃນ​ການ​ນໍາ​ຂອງ​ວຽກ​ງານ​ຂອງ​ຕົນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250