ຂ່າວກິດຈະກຳຕ່າງໆ

ຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ເຄື່ອນໄຫວຢ້ຽມຢາມ ອະນຸສອນສະຖານ ປະທານ ສຸພານຸວົງ ຄົບຮອບ114 ປີ

2023-07-20 - Sayphone


ໃນໂອກາດສະເຫລີມສະຫລອງ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 - 13 ກໍລະກົດ 2023 ) ໃນຕອນບາຍຂອງວັນທີ 19 ກໍລະກົດ 2023 ຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ເຄື່ອນໄຫວຢ້ຽມຢາມ ອະນຸສອນສະຖານ ປະທານ ສຸພານຸວົງ ຄົບຮອບ 114 ປີ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ; ໂດຍການນໍາພາຂອງ ສະຫາຍ ບຸນມາ ຫຼວງບັນດິດ ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ເພື່ອລະນຶກເຖິງຄຸນງາມຄວາມດີ, ຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ ຜົນງານອັນໃຫຍ່ຫຼວງທີ່ ປະທານ ສຸພານຸວົງ ໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ປະທານ ສຸພານຸວົງ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ. ເພື່ອຮ່ຳຮຽນເອົາແບບຢ່າງທັດສະນະຫລັກຫມັ້ນການການເມືອງຫນັກແຫນ້ນ, ຄວາມຕື່ນຕົວເສຍສະຫລະ, ເຮັດແທ້ທຳຈິງ, ອຸທິດສະຕິປັນຍາເຫື່ອແຮງເຂົ້າໃນການເຕົ້າໂຮມກຳລັງແຮງຂອງຊາດຈົນໄດ້ຮັບໄຊຊະນະ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດທີ່ລຽບງ່າຍ ຂອງ ປະທານ ສຸພານຸວົງ  ເພື່ອປູກຈິດສໍານຶກໃຫ້ຄົນລຸ້ນຫລັງກໍ່ຄືພະນັກງານ-ລັດຖະກອນ, ສະມາຊິກຊາວໜຸ່ມກະຊວງ ຍທຂ ສືບຕໍ່ເພີ່ມພູນຄູນສ້າງໃຫ້ດີຂື້ນເປັນກ້າວໆ ກາຍເປັນສະມາຊິກຊາວ  ໜຸ່ມຕົວແບບທີ່ດີ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ໃນຕໍ່ໜ້າ.





ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250