ຂ່າວກິດຈະກຳຕ່າງໆ

ຊາວໜຸ່ມກະຊວງ ໂຍທາທິການ ແລະຂົນສົ່ງ ເຂົ້າຢ້ຽມຊົມ ຫໍພິພິທະພັນ ກະຊວງ ປກຊ ແລະ ປກສ

2016-04-26 - Administrator















   ໃນຕອນເຊົ້າຂອງວັນທີ 22 ​ເມສາ 2016 ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກ ຊາວໜຸ່ມກະຊວງ ຍທຂ, ນໍາພາໂດຍ ສະຫາຍ ດຣ ຕຸລາ​ວັນ ແລະ ສະຫາຍ ຄຳ​ແສງ ​ອາລີ ຄະນະບໍລິຫານຊາວໝຸ່ມ ກະຊວງ ຍທຂ  ພ້ອມທັງສະມາຊິກຊາວໜຸ່ມ. ເຂົ້າ​ຢ້ຽມຊົມຫໍພິພິຕະພັນ ປະຫວັດສາດ​ກອງທັບປະຊາຊົນ​ລາວ ​ເພື່ອ​ຫວນ​ຄືນ​ປະຫວັດ​ສາດການ​ຕໍ່ສູ້​ກູ້ຊາດອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ​ປະຊາ​ຊົນ​ປະຕິ​ວັດ​ລາວ, ​ເຊຶ່ງ​ໃນ​ການ​ເຂົ້າ​ຢ້ຽມ​ຊົມ​ຫໍພິພິຕະພັນ​​ໃນ​ຄັ້ງ​ນີ້ຜູ້ບັນລະຍາຍໄດ້ເວົ້າເຖິງປະຫວັດຄວາມເປັນມາ​ຂອງ​ວັນ​ກອງທັບ ​ແລະ ມູນ​ເຊື້ອການ​ຕໍ່ສູ້​ກູ້​ຊາດຂອງ​ກອງທັບ​ປະຊາຊົນ​ປະຕິ​ຫວັດ​ລາວ ​ໃນ​ແຕ່​ລະ​ຍຸກ ​ແຕ່ລະສະ​ໄໝ​​. ຫຼັງຈາກນັ້ນ ກໍ່ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນ ກະຊວງ ປ້ອງກັນຄວາມສະຫງົບ, ໃນການເຂົ້າຢ້ຽມຊົມ ຫໍພິພິທະພັນ ໃນຄັ້ງນີ້. ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມໄດ້ຮັບຮູ້ເຖິງປະຫວັດສາດຄວາມເປັນມາ ແລະມູນເຊື່ອອັນພິລະ ອາດຫານຂອງກອງກໍາລັງ ປ້ອງກັນຊາດ ແລະ ກໍາລັງປ້ອງກັນຄວາມສະຫງົບ, ໃນໄລຍະປົດປ່ອຍປະເທດ ຊາດ, ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອເປັນການປູກຈິດສໍານຶກ, ອຸດົມການຮັກຊາດ, ຫຼັກໝັ້ນປະຕິວັດຮັກສາລະບອບໃໝ່ ແລະ ເຊື່ອໝັ້ນຕໍ່ແນວທາງການເມືອງຂອງພັກ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250