ຂ່າວພາຍໃນກະຊວງ

ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ່ 23 ທີ່ພະນົມເປັນ

2019-12-17 - Administrator

ໃນລະວ່າງວັນທີ 17-18 ພະຈິກ 2019 ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ພ້ອມດ້ວຍຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຄັ້ງ​ທີ່ 23 ​ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ (The 23rd Ministerial Conference and Related Meeting), ທີ່ນະຄອນຫລວງພະນົມ​ເປັນ, ຣາຊະ​ອາ​ນະ​ຈັກ​ກຳປູ​ເຈຍ.



ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາ​ຫາລື​ກ່ຽວ​ກັບ​​ຍຸດ​ທະ​ສາດການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ 2030 ສະບັບ​ທີ 2; ປຶກສາ​ຫາລືຄົ້ນຄວ້າ​ເພື່ອ​ເປັນ​ເຄື່ອງມື​ສະຫນັບສະຫນູນ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດຍຸດ​ທະ​ສາດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ 2030; ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ຄວາມ​ຄືບ​ຫນ້າ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ບັນ​ຊີຂອບ​ການ​ລົງທຶນ​ພາກ​ພື້ນ (RIF 2022) ສະບັບ​ທີ 2, 2019 ​ແລະປຶກສາ​ຫາລື​ກ່ຽວ​ກັບ​ການ​ກຳຫນົດ​ວັນເວລາ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ຜູ້ນຳ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຄັ້ງ​ທີ 7 ​ແລະ ປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ອື່ນ​ໆ​ທີ່​ຕິດ​ພັນ ​ແລະ ກ່ຽວຂ້ອງ. ນອກຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້ວາງທິດທາງໃນຕໍ່ໜ້າ ​ແລະ ຂໍ​ທິດ​ຊີ້​ນຳ​ເຊັນ:




1. ສືບຕໍ່ປຶກສາຫາລືທາງດ້ານວິຊາການ ຕໍ່ຮ່າງຍຸດທະສາດ 2030 ສະບັບທີ 02 ແລະ ສະເຫນີໃຫ້ປັບປຸງສຸດທ້າຍໃຫ້ມີຄວາມກະທັດຮັດ ແລະ ມີເນື້ອໃນທີ່ຮັດກຸມກວມເອົາທຸກຂະແຫນງການໃຫ້ໄດ້ຮັບຜົນປະ ໂຫຍດຢ່າງເທົ່າທຽມກັນ; ພ້ອມທັງກະກຽມສ້າງເປັນແຜນດຳເນີນງານ ເພື່ອຄວາມສະດວກໃນການຕິດຕາມການຈັດຕັ້ງປະຕິບັດໃນແຕ່ລະໄລຍະ;


2. ພາຍຫລັງທີ່ຮ່າງຍຸດທະສາດ 2030 ໄດ້ຮັບການປຶກສຫາລືທາງດ້ານວິຊາການຢ່າງສຸກງອມ ແລະ ມີຄວາມສົມບູນແລ້ວ ຈະໄດ້ລາຍງານລັດຖະບານ ເພື່ອຂໍອະນຸມັດດ້ານຫຼັກການ ເພື່ອເປັນບ່ອນອີງໃຫ້ແກ່ ການຮັບຮອງຍຸດທະສາດດັ່ງກ່າວ ໃນກອງປະຊຸມລັດຖະມົນຕີ ຄັ້ງທີ 24 ກ່ອນທີ່ຈະນຳໄປຮັບຮອງຄັ້ງສຸດທ້າຍໃນກອງປະຊຸມສຸດຍອດຜູ້ນຳປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 7;


3. ຮຽນສະເໜີຂໍທິດຊີ້ນໍາ ໃນການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳປະເທດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 07 (The 7th GMS Summit) ໃນໄຕມາດທຳອິດຂອງປີ 2021, ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ເຊິ່ງປະເທດເຈົ້າພາບ ໄດ້ສົ່ງໜັງສືສະເໜີທາບທາມ ມາຍັງບັນດາປະເທດສະມາຊິກ ຕໍ່ກຳນົດເວລາດັ່ງກ່າວ ຕໍ່ການທາບທາມດັ່ງກ່າວ ເຊິ່ງກະຊວງແຜນການ ແລະ ການລົງທຶນ ໃນນາມກະຊວງຜູ້ປະສານງານວຽກງານອະນຸພາກພື້ນແມ່ນ້ຳຂອງ ຈະໄດ້ເຮັດໜັງສືລາຍງານສະເພາະ ເພື່ອຂໍທິດຊີ້ນຳ ຈາກ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ;




4. ຮຽນສະເໜີຂໍທິດຊີ້ນຳ ໃນການກະກຽມເຂົ້າຮ່ວມກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 24 (the 24th GMS Program Ministerial Conference) ເຊິ່ງເປັນເຈົ້າພາບໂດຍ ຂອງ ສປ. ຈີນ ແລະ ການກະກຽມຈັດກອງປະຊຸມເປີດກ້ວາງປຶກສາຫາລືແລວທາງເສດຖະກິດ ຄັ້ງທີ 11 ເຊິ່ງເປັນເຈົ້າພາບໂດຍ ຣາຊະອານາຈັກໄທ ສຳລັບວັນ ແລະ ເວລາ ໃນການຈັດສອງກອງປະຊຸມດັ່ງກ່າວ ຈະໄດ້ປຶກສາຫາລື ເພື່ອກໍານົດລະອຽດ ໃນລະດັບກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລ້ວກອງເລຂາຈະໄດ້ລາຍງານ ຂໍທິດຊີ້ນຳ ໃນຂັ້ນຕອນຕໍ່ໄປ.


5. ຮຽນສະເໜີຂໍທິດຊີ້ນຳ ຈາກ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການອອກແຈ້ງການເຖິງບັນດາແຕ່ລະກະຊວງ/ຂະແຫນງການທີ່ກ່ຽວຂ້ອງ ສູມໃສ່ປະກອບຄຳຄິດຄຳເຫັນຕໍ່ກັບຮ່າງຍຸດທະສາດ 2030 ຂອງແຜນງານການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ແລະ ບັນຊີຂອບການລົງທຶນ 2022 ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຮ່ວມມືສາກົນ ແລະ ສາມາດຍາດແຍ່ງການຊ່ວຍເຫລືອເພີ່ມຂຶ້ນເພື່ອມາພັດທະນາພື້ນຖານໂຄງລ່າງເສດຖະກິດຂອງປະເທດຊາດ.


6. ຮຽນຂໍທິດຊີ້ນຳ ເພື່ອໃຫ້ແຕ່ລະກະຊວງຂະແຫນງການ ກະກຽມຂຶ້ນແຜນງົບປະມານພາຍໃນຂະແຫນງການຂອງຕົນເອງ ເພື່ອກະກຽມເຂົ້າຮ່ວມກອງປະຊຸມທີ່ສຳຄັນ ທີ່ຈະຈັດຂຶ້ນໃນປີ 2020-2021 ນີ້.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250