ຂ່າວກິດຈະກຳຕ່າງໆ
ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ
- Details
- Published on ຈັນ, 24 ສິງຫາ 2020 04:05
ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ແລະແຂ່ງຂັນຍຽບປຸມເປົາ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ພ້ອມທັງສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດແລະ ເພື່ອໃຫ້ພະນັກງານ, ສະມາຊິກພັກພາຍໃນກະຊວງ ຍທຂ ໄດ້ຮັດແໜ້ນຄວາມສາມັກຄີຮັກແພງ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການໃຫ້ເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.
ກິດຈະກຳຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 19 ສິງຫາ 2020 ຜ່ານມາ ທີ່ສະໜາມກິລາເຕະບານຫຍ້າທຽມ ສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສັນຕິສຸກ ສີມມາລາວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ຍທຂ; ສະຫາຍ ລັນ ແສງອາພອນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ມີບັນດາຄະນະຫ້ອງການ, ກົມ, ສະຖາບັນ, ກອງ, ລັດວິສາຫະກິດທີ່ຂື້ນກັບກະຊວງ ຍທຂ, ພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ, ຕາງໜ້າຈາກກະຊວງອ້ອມຂ້າງ, ມະຫາວິທະຍາໄລແຫ່ງຊາດ (ຄະນະທີ່ກ່ຽວຂ້ອງກັບ ວຽກງານ ຍທຂ) ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ພ້ອມທັງສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ. ຜ່ານການແຂ່ງຂັນບານເຕະຊາຍ ປະກອບມີ 2 ທີມ ຜົນປະກົດວ່າ: ທີມ ບານເຕະຊາຍຈາກພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ ເປັນຝ່າຍເອົາໄດ້ຊະນະ ທີມບານເຕະຊາຍຈາກສູນກາງ.
ຊາວຫນຸ່ມ ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ
- Details
- Published on ຈັນ, 09 ທັນວາ 2019 08:24
ຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ແລະ ວັນສຳຄັນຕ່າງໆຂອງຊາດ ແລະ ເພື່ອໃຫ້ສະມາຊິກຊາວຫນຸ່ມ, ພະນັກງານ, ສະມາຊິກພັກພາຍໃນກະຊວງ ຍທຂ ໄດ້ຮັດແໜ້ນຄວາມສາມັກຄີຮັກແພງ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການໃຫ້ເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.
ກິດຈະກຳຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 6 ທັນວາ 2019 ຜ່ານມາ ທີ່ສະໜາມກິລາເຕະບານຫຍ້າທຽມ ສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ລັນ ແສງອາພອນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ຈັນທະລາ ພີມມະຈັກ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ຍທຂ ແລະ ມີບັນດາຄະນະບໍລິຫານງານຊາວຫນຸ່ມກະຊວງ ພ້ອມດ້ວຍບັນດາສະມາຊິກຊາວຫນຸ່ມ 23 ຮາກຖານ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ແລະ ວັນສຳຄັນຕ່າງໆຂອງຊາດ. ຜ່ານການແຂ່ງຂັນບານເຕະຊາຍ ປະກອບມີ 4 ທີມ ຜົນປະກົດວ່າ: ທີມເຕະບານຊາຍທີມ 2 (ປະກອບມີ: ກົມນ້ຳປະປາ, ກົມການເງິນ, ກອງຈະລາຈອນທາງອາກາດລາວ, ກອງສະໜາມບິນລາວ, ກົມຂົນສົ່ງ, ສະຖາບັນຝຶກອົບຮົມ ຍທຂ)ໄດ້ຄອງຂັນຊະນະເລີດເລຂາຄະນະບໍລິຫານງານຊາວໜຸ່ມ ຍທຂ, ທີມ 4 ໄດ້ຮອງຊະນະເລີດ ແລະ ທີມ 1 ແລະ ທີມ 3 ໄດ້ອັນດັບທີ 3.
ຍທຂ ສ້າງຂະບວນການອານາໄມລວມ ເພື່ອຕ້ອນຮັບກອງປະຂຸມໃຫຍ່ຂອງອົງຄະນະພັກກະຊວງ, ສາມອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບກະຊວງ ແລະ ກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ຫ້ອງການ, ກົມ, ກອງ ແລະ ສະຖາບັນ
- Details
- Published on ພະຫັດ, 02 ມັງກອນ 2020 03:37
ໃນວັນເສົາທີ 28 ທັນວາ 2019 ທີ່ຜ່ານມາ ກະຊວງ ຍທຂ ໄດ້ສ້າງຂະບວນການອານາໄມລວມ ເພື່ອເປັນການສ້າງຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ພາຍໃນບໍລິເວນສຳນັກງານ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ເພື່ອຕ້ອນຮັບກອງປະຂຸມໃຫຍ່ຂອງອົງຄະນະພັກກະຊວງ, ສາມອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບກະຊວງ ແລະ ກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ຫ້ອງການ, ກົມ, ກອງ ແລະ ສະຖາບັນ ທີ່ຈະມາເຖິງນີ້ ໃຫ້ມີຂະບວນຟົດຟື້ນ ແລະ ຈົບງາມ.
ຫ້ອງການກະຊວງ ຍທຂ ຈັດກິດຈະກຳ ຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ IV
- Details
- Published on ຈັນ, 26 ສິງຫາ 2019 15:15
ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ 2 ປະເພດ ຄື ກິລາບານເຕະທີມຍິງ-ທີມຊາຍ ແລະ ກິລາດຶງເຊືອກປະສົມຍິງ 5 ຊາຍ 4 ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ ໃຫ່ຍ ຄັ້ງທີ lV ຂອງໜ່ວຍພັກທີ 1 ຫ້ອງການກະຊວງ ຍທຂ ພ້ອມທັງສ້າງໂອກາດສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ແລະ ໃຫ້ພະນັກງານສະມາຊິກພັກພາຍໃນໜ່ວຍພັກທີ 1 ໄດ້ຮັດແໜ້ນຄວາມສາມັກຄີຮັກແພງ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການໃຫ້ເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.
ກິດຈະກຳຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 23 ສິງຫາ 2019 ຜ່ານມາ ທີ່ສະໜາມກິລາເຕະບານຫຍ້າທຽມ ສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສັນຕິສຸກ ສີມມາລາວົງ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສະຫາຍ ວຽງສະຫັວດ ສີພັນດອນ ຄະນະພັກ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມການເງິນ ພ້ອມດ້ວຍບັນດາສະມາຊິກພັກ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ 80 ຄົນ.
ການແຂ່ງຂັນລາຍການນີ້ ນອກຈາກຈະສ້າງຂະບວນການຕ້ອນຮັບກອງປະຊຸມດັ່ງກ່າວແລ້ວ ກໍຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຍືດອຳນາດ 23 ສິງຫາ 2019 ຄົບຮອບ 44 ປີ (23 ສິງຫາ 1975 ຫາ 23 ສິງຫາ 2019) ແລະ ວັນປະກາດເອກະລາດ 12 ຕຸລາ 2019 ຄົບຮອບ 64 ປີ (12 ຕຸລາ 1955 ຫາ 12 ຕຸລາ 2019) ຜ່ານການແຂ່ງຂັນກິລາ 2 ປະເພດດັ່ງກ່າວ ຜົນປະກົດວ່າ: ກິລາເຕະບານທີມຊາຍ ທີມຫ້ອງການ ຍທຂ ຊະນະ ກົມການເງິນ ຍທຂ 4-3 ປະຕູ ແລະ ທີມຍິງ ທີມຫ້ອງການ ຍທຂ ຊະນະ ກົມການເງິນ ຍທຂ 1-0 ປະຕູ ສ່ວນກິລາດຶງເຊືອກ ທີມປະສົມຊາຍ 4 ຍີງ 5 ທີມກົມການເງິນ ຍທຂ ຊະນະ ຫ້ອງການ ຍທຂ ຂາດຮອຍ 2-0 ເກມ.
ຄັດຈາກໜັງສືພິມກິລາ
More Articles...
- ກົມນ້ຳປະປາ ແລະ ກົມຈັດຕັ້ງ-ພະນັກງານ ສ້າງຂະບວນການແຂ່ງຂັນກິລາມິດພາບ
- ການແຂ່ງຂັນກິລາບານແຕະ ແລະ ດຶງເຊືອກມິດຕະພາບ ລະຫວ່າງ ຊາວໜຸ່ມກະຊວງ ຍທຂ ແລະ ສູນກາງຊາວໜຸ່ມ ປປ ລາວ
- ການແຂ່ງຂັນກິລາເປຕັງ ທົ່ວປະເທດ ຊີງຂັນທ່ານປະທານສະພາແຫ່ງຊາດ ຄັ້ງທີ 7 ປະຈຳປີ 2016
- ຍທຂ ອອກແຮງງານເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ເປັນເຈົ້າພາບ.